ຝຸງຕັກແຕນໄມ້ປ່ອງທໍາລາຍພຶດກະສິກໍາຢູ່ແຂວງຜົ້ງສາລີຍັງບໍ່ສາມາດແກ້ໄຂໄດ້

ອໍານາດການປົກຄອງແຂວງຜົ້ງສາລີໃຫ້ຮູ້ວ່າ: ແຂວງຜົ້ງສາລີເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກສັດຕູພຶດຕາມລະດູການໃນແຕ່ລະປີໂດຍສະເພາະແມ່ນຝຸງຕັກແຕນໄມ້ປ່ອງທີ່ເຂົ້າທໍາລາຍພຶດ-ຜັກ, ເຖິງແມ່ນວ່າໃນແຕ່ລະປີຈະມີການປ້ອງກັນດ້ວຍຫຼາຍຮູບແບບ ເຊັ່ນ: ສີດຢາປ້ອງກັນ, ທໍາລາຍແຫຼ່ງວາງໄຂ່ ແລະ ສິດຢາຂ້າຕັກແຕນ ແລະ ວິທີອື່ນໆແຕ່ຮອດປັດຈຸບັນຍັງບໍ່ສາມາດຕ້ານກັບຝຸງຕັກແຕນເຂົ້າທໍາລາຍສວນພຶດ-ຜັກໄດ້.  ອໍານາດການປົກຄອງແຂວງຜົ້ງສາລີໃຫ້ຮູ້ຕື່ມວ່າ: ຝຸງຕັກແຕນດັ່ງກ່າວໄດ້ເລີ່ມລະບາດຢູ່ແຂວງຜົ້ງສາລີນັບແຕ່ ປີ 2015 ເປັນຕົ້ນມາ ຢູ່ບ້ານກຸງຍາງ ເມືອງໃໝ່ ລຽບຕາມຊາຍແດນ ລາວ –…

ກຸ່ມສ່ຽງກັບພະຍາດໂຄວິດ-19 ຈະໄດ້ຮັບການສັກຢາວັກຊີນ ເຂັມທໍາອິດໃນມື້ວັນສຸກນີ້

ກຸ່ມສ່ຽງກັບພະຍາດໂຄວິດ-19 ປະກອບມີ ພະນັກງານແພດໝໍ, ຜູ້ທີ່ເຮັດວຽກໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19, ເຈົ້າໜ້າທີ່ຢູ່ຈຸດຜ່ານດ່ານສາກົນຕ່າງໆ ແລະ ກຸ່ມຄົນທີ່ເຮັດວຽກຢູ່ສູນຈໍາກັດບໍລິເວນຈະໄດ້ຮັບການສັກຢາວັກຊີນຕ້ານໂຄວິດ-19 ຈຳນວນ 3 ແສນໂດສ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ໂດຍຈະເລີ່ມສັກໃຫ້ກຸ່ມເປົ້າໝາຍດັ່ງກ່າວເຂັມທໍາອິດໃນລະຫວ່າງວັນທີ 5-12 ມີນາ ແລະ ເຂັມທີ 2 ລະຫວ່າງວັນທີ 5-10 ເມສາ…

574 ຄອບຄົວ ຢູ່ແຂວງສາລະວັນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນປີ 2020 ໄດ້ຮັບເຄື່ອງຊ່ວຍເຫຼືອ

ປະຊາຊົນ 6 ບ້ານ ຄື: ບ້ານ ບີໄຮ່, ບ້ານ ໂຈະໄຮ່, ບ້ານ ຕຸງໂກງ, ບ້ານ ກະເຕັນ, ບ້ານ ອາວາຍ ແລະ ບ້ານ ກູໂບຍ ທີ່ຂຶ້ນກັບເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ…

ຝົນຈະຕົກໃນລະດັບຄ່ອຍ, ອາກາດເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ໃນໄລຍະ 4 ວັນ

ອີງຕາມກົມອຸຕຸນິຍົມ ແລະ ອຸທົກກະສາດ ທີ່ໄດ້ຄາດຄະເນສະພາບອາກາດໃນໄລຍະ 7 ວັນຂ້າງໜ້າ (ວັນທີ 1-7 ມີນາ 2021) ໃຫ້ຮູ້ວ່າ: ໃນໄລຍະວັນທີ 1 – 4 ມີນານີ້ອາກາດຈະເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ…

ທະນາຄານນະໂຍບາຍ ຈະປ່ອຍສິນເຊື່ອຫຼາຍກວ່າ 5,5 ຕື້ກີບໃຫ້ເມືອງເປົ້າໝາຍຈຸດສຸມ ຂອງລັດຖະບານ ແລະ ບ້ານ 3 ສ້າງ

ທະນາຄານນະໂຍບາຍສາຂາແຂວງອັດຕະປື ມີແຜນຈະສະໜອງສິນເຊື່ອຫຼາຍກວ່າ 5,5 ຕື້ກີບ ໃນປີ 2021 ນີ້ ໂດຍຈະເລັ່ງໃສ່ປ່ອຍໃຫ້ສະມາຊິກຂອງທະນາຄານຢູ່ບັນດາເມືອງເປົ້າໝາຍຈຸດສຸມຂອງລັດຖະບານ ແລະ ບ້ານ 3 ສ້າງ ດ້ວຍອັດຕາດອກເບ້ຍຕໍ່າ ເພື່ອປະກອບສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ທ່ານ ບຸນແຫຼມ ກິວົງສັກ ຮັກສາການຫົວໜ້າ ທະນາຄານນະໂຍບາຍ ສາຂາແຂວງອັດຕະປື…

ການອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ ແມ່ນໜຶ່ງໃນຫຼາຍວຽກງານທີ່ຕ້ອງໄດ້ປັບປຸງກ່ອນເປີດ ກອງປະຊຸມສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ

ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຊຶ່ງຄະນະລັດຖະບານໄດ້ມີການປຶກສາຫາລື ແລະ ຄົ້ນຄົ້ວຫຼາຍບັນຫາທີ່ສໍາຄັນ. ສະເພາະຮ່າງແຜນງົບປະມານແຫ່ງຊາດ 5 ປີ (2021-2025) ບັນດາສະມາຊິກລັດຖະບານໄດ້ປະກອບຄໍາເຫັນຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງເປັນຕົ້ນແມ່ນວິທີການ ແລະ…

ລົດໃຫຍ່ຕໍາກັນຮຸນແຮງທີ່ແຂວງຫຼວງພະບາງ ມີຜູ້ບາດເຈັບ 8 ຄົນ 

ໜ່ວຍກູ້ຊີບອົງການກາແດງລາວແຂວງຫຼວງພະບາງແຈ້ງໃຫ້ຮູ້ວ່າ: ໄດ້ເກີດອຸບັດເຫດລົດໃຫຍ່ຕໍາກັນຢ່າງຮຸນແຮງ ເມື່ອເວລາ 19:36 ນາທີ ຂອງມື້ວັນທີ 28 ກຸມພາ 2021 ທີ່ຜ່ານມາຢູ່ເສັ້ນທາງບ້ານ ແສນສຸກ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງມີຜູ້ບາດເຈັບ 8 ຄົນ (ຍິງ 2 ຄົນ) ໂຊກດີບໍ່ມີຜູ້ເສຍຊີວິດ…

ສັງທອງ ຕ້ອງການໃຫ້ນັກລົງທຶນສໍາປະທານພັດທະນາ 6 ສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງເມືອງ

ອໍານາດການປົກຄອງ ເມືອງສັງທອງ ໃຫ້ຮູ້ວ່າ: 6 ສະຖານທ່ອງທ່ຽວແຫ່ງໃໝ່ຢູ່ເມືອງສັງທອງ ປະກອບມີສະຖານທີ່ພັກສະເດັດສຸພານຸວົງ ທີ່ຜູ້ນໍາລາວຈຳນວນ 16 ທ່ານໂຕນອອກຈາກຄຸກໂພນເຄັງແລ້ວໄປພັກຢູ່ສາຍພູພະນັງເຂດບ້ານທ່ານາຂາມໃນເມື່ອກ່ອນ, ທີ່ຕັ້ງຂອງກອງຮ້ອຍຟ້າງຸ່ມ (ບ້ານຫີນສີ່ວ), ອະນຸສອນສະຖານວິລະຊົນສີທອງ, ເຂດດົງປ່າແຕ້-ປ່າແຄນ ຕິດພັນກັບການທ່ອງທ່ຽວຕາມສາຍນໍ້າສັງ, ເຂດດອນເຈົ້າ ແລະ ຄ້ອຍແລນມານ (ພັດທະນາເປັນຈຸດຊົມວີວ, ຈຸດພັກລົດ ແລະ…

ຈັບໄວລຸ້ນ 15 ຄົນພ້ອມຢາເສບຕິດປະເພດຢາບ້າຈຳນວນ 61ເມັດ ແລະ ຢາໄອສ໌ 3 ຖົງນ້ອຍ ຢູ່ຮ້ານອິນເຕີເນັດຄາເຟ່

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນໂດຍສົມທົບກັບ ປກສ ກຸ່ມຈອມແຈ້ງ ເມື່ອບໍ່ດົນມານີ້ ພ້ອມດ້ວຍອຳນາດການປົກຄອງບ້ານຈອມເພັດໃຕ້ ໄດ້ເຂົ້າກວດຄົ້ນຮ້ານອິນເຕີເນັດຄາເຟ່ ຢູ່ເຂດບໍລິເວນວົງວຽນຈີ່ນາຍໂມ້, ຜ່ານການກວດກາພົບກຸ່ມໄວລຸ້ນ 15 ຄົນ (ຍິງ 2 ຄົນ) ພ້ອມຢາເສບຕິດປະເພດຢາບ້າຈຳນວນ 61ເມັດ…

ສູນສາທິດ ແລະ ບໍລິການເຕັກນິກກະສິກຳ ເນັ້ນຜະລິດແນວພັນພຶດ-ສັດ ທີ່ມີຄຸນນະພາບເພື່ອສະໜອງໃຫ້ຊາວກະສິກອນ

ສູນສາທິດ ແລະ ບໍລິການເຕັກນິກກະສິກຳ ຮ່ວມມືລາວ-ຈີນ ແຂວງອຸດົມໄຊ ເນັ້ນຜະລິດແນວພັນພຶດ-ສັດ ທີ່ມີຄຸນນະພາບອອກສູ່ສັງຄົມໂດຍສະເພາະສະໜອງໃຫ້ຊາວກະສິກອນ, ພ້ອມກັນນັ້ນສູນດັ່ງກ່າວ ຍັງເປັນບ່ອນສ້າງບຸກຄະລາກອນ ໂດຍການຮັບເອົານັກສຶກສາຈາກໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງອຸດົມໄຊ , ແຂວງ ຫຼວງນ້ຳທາ ແລະ ໂຮງຮຽນວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ແຂວງຫຼວງພະບາງມາຝຶກງານ ເພື່ອຮຽນຮູ້ດ້ານທິດສະດີ…