ເຈົ້າໜ້າທີ່ຕໍາຫລວດເລີ່ມປັບໃໝ 20 ເທົ່າການບໍ່ເສຍຄ່າທໍານຽມທາງບໍ່ມີມູນຄວາມຈິງ
ຈາກຫາງສຽງສັງຄົມ ທີ່ວ່າ: ຕໍາຫລວດຈາລະຈອນເລີ່ມປັບໃໝ 20 ເທົ່າແລ້ວ ຖ້າພົບເຫັນເຈົ້າຂອງພາຫະນະປະເພດລົດຈັກ ແລະ ລົດໃຫ່ຍທຸກປະເພດທີ່ບໍ່ໄປເສຍຄ່າທໍານຽມທາງນັບແຕ່ເດືອນກໍລະກົດນີ້ເປັນຕົ້ນໄປ. ຫຼ້າສຸດ ທາງພະແນກຈາລະຈອນນະຄອນຫລວງໄດ້ອອກມາຊີ້ແຈງວ່າ: ເລື່ອງເລີ່ມປັບໃໝ 20 ເທົ່າບໍ່ມີມູນຄວາມຈິງ, ເພາະການປັບໃໝເສຍຄ່າທໍານຽມທາງແມ່ນທາງທະນາຄານເທົ່ານັ້ນທີ່ສາມາດປັບໃໝໄດ້. ທ່ານ ພັນໂທ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກ ຕຳຫລວດຈະລາຈອນນະຄອນຫລວງ…

