ກະຊວງ ຖວທ ອອກຂໍ້ແນະນໍາການປະຕິບັດມາດຕະການປ້ອງກັນ ພະຍາດໂຄວິດ-19
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກຄຳແນະນໍາ ສໍາລັບຜູ້ປະກອບການສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ, ຮ້ານເສີມສວຍ, ຮ້ານນວດ, ຮ້ານສະປາ ທຸກປະເພດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19…

