ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ປິດລົງດ້ວຍຜົນສໍາເລັດ
ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຜົນສຳເລັດຂອງກອງປະຊຸມດັ່ງກ້າວທີ່ໄດ້ປິດລົງໃນວັນທີ 8 ມັງກອນ 2026 ໂດຍມີເນື້ອໃນບາງຕອນທີ່ສຳຄັນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ປະຕິບັດໜ້າທີ່ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ…


