ຜູ້ເຄີຍປ່ວຍຈາກພະຍາດ ໂຄວິດ-19 ທີ່ໄດ້ປິ່ນປົວແລ້ວ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອ

ຊຽນຊານດ້ານພະຍາດໂຄວິດ-19 ຢືີນຢັນວ່າ ຜູ້ເຄີຍຕິດເຊື້ືອທີ່ປີ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວກັບມາກວດສຸຂະພາບຄືນແລ້ວພົບວ່າຕິດເຊື້ອນັ້ນ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອຕໍ່ຄົນອອ້ມຂ້າງ ແລະ ສັງຄົມ. ໃນກໍລະນີນີ້ແມ່ນບໍ່ຮຸນແຮງເມື່ອທຽບໃສ່ ຜູ້ຕິດເຊື້ອໃໝ່, ເພາະກໍລະນີນີ້ ເມື່ອກິນຢາຕາມຄໍາແນະນໍາ-ຫຼັກການຂອງການປີ່ນປົວ ແລ້ວກັບບ້ານເພາະມັນບໍ່ແມ່ນເຊື້ອໂຄວິດ-19 ແຕ່ເປັນພຽງຊິ້ນສ່ວນຂອງໄວຣັດທີ່ຕິດຄ້າງຢູ່ໃນໂຕຂອງຄົນຜູ້ເຄີຍຕິດເຊື້ອເທົ່ານັ້ນ, ເຊິ່ງຊິ້ນສ່ວນດັ່ງກ່າວແມ່ນຕາຍແລ້ວບໍ່ສາມາດເຕີບໂຕ ແລະ ແຜ່ເຊື້ອໄດ້. ດຣ. ສະຫນອງ ທອງຊະນະ…

ບໍ່ຄວນນິ້ງນອນໃຈ ເຖິງວ່າບໍ່ພົບຜູ້ຕິດເຊື້ອພະບາດໂຄວິດ-19 ໃໝ່ເພີ່ມຂຶ້ນກໍ່ຕາມ

ບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ ກໍ່ໄດ້ຕີລາຄາສູງວ່າ ສປປ ລາວ ມີມາດຕະການປ້ອງກັນແຕ່ຫົວທີໄດ້ດີ ຈຶ່ງສາມາດ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ຂະຫຍາຍອອກສູ່ວົງກວ້າງ, ພາຍຫຼັງທີ່ບໍ່ມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ ນັບແຕ່ ວັນທີ 12 ເມສາ 2020 ເປັນຕົ້ນມາ. ມາຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດພຽງແຕ່…

ຍັງສືບຕໍ່ປະຕິບັດບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງເລກທີ 06/ນຍ

ລັດຖະບານໄດ້ອອກແຈ້ງການໃນວັນທີ 1 ພຶດສະພາ 2020 ວ່າ ໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການ ທີ່ໄດ້ກຳນົດໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ,…

ລັດ ປະກາດໃຊ້ບາງມາດຕະການຜ່ອນຜັນເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ-ສັງຄົມ

ລັດຖະບານ ປະກາດໃຊ້ມາດຕະການຜ່ອນຜັນຊົ່ວຄາວ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ, ເຊິ່ງນໍາໃຊ້ ນັບແຕ່ວັນທີ 4-17 ພຶດສະພາ 2020 ພາຍຫຼັງທີ່ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນເວລາ 19 ວັນ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ…

ກຸ່ມບໍລິສັດ ດວງດີ ຈໍາກັດ ຊ່ວຍເຫຼືອແຂວງຈໍາປາສັກ ຕ້ານໂຄວິດ-19

ກຸ່ມບໍລິສັດ ດວງດີ ຈໍາກັດ ມອບລົດຈັກ ຈໍານວນ 10 ຄັນ ມູນຄ່າ 300 ລ້ານກີບ ພ້ອມດ້ວຍເງິນສົດ 100 ລ້ານກີບ ໃຫ້ແກ່ແຂວງຈຳປາສັກ ເພື່ອປະກອບສ່ວນໃນການເຄື່ອນໄຫວວຽກງານສະກັດກັ້ນ,​ ກັນການລະບາດ ແລະ ຄວບຄຸມພະຍາດ ໂຄວິດ-19. ພິທີມອບ-ຮັບ…

ສສກ ແນະນໍາໃຫ້ໂຮງຮຽນເອກະຊົນຫາລືກັບຜູ້ປົກຄອງນັກຮຽນ ເລື່ອງຄ່າຮຽນເດືອນເມສາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ມີມະຕິຕົກລົງທີ່ກອງປະຊຸມໃນວັນທີ 27 ເມສາ 2020 ທີ່ຜ່ານມາ ໂດຍໄດ້ແນະນໍາໃຫ້ຜູ້ປະກອບການໂຮງຮຽນພາກເອກະຊົນ ຫາທາງຮ່ວມກັນກັບບັນດາຄູອາຈານ ແລະ ຜູ້ປົກຄອງນັກຮຽນ ເລື່ອງການຈ່າຍພັນທະຄ່າຮຽນ ແລະ ເງິນເດືອນຂອງຄູ. ທັງນີ້ກໍ່ສືບເນື່ອງຈາກ ໃນວັນທີ 24 ເມສາ…

ກະຊວງ ສສກ ຈະສະເໜີລັດຖະບານ ພິຈາລະນາເປີດການຮຽນ-ການສອນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ມີແຜນຈະສະເໜີຄະນະສະເພາະກິດ ກໍ່ຄືລັດຖະບານ ໃນກໍລະນີຫາກມີການອະນຸມັດໃຫ້ເປີດການຮຽນ-ການສອນ ແລະ ດໍາເນີນກິດຈະກໍາກິລາກາຍະກໍາ ພາຍຫຼັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ. ແຜນການສະເໜີດັ່ງກ່າວແມ່ນໄດ້ຮັບຮອງໃນກອງປະຊຸມ ຂອງ ສສກ ເມື່ອບໍ່ດົນມານີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງ…

ຄະນະສະເພາະກິດຮຽກຮ້ອງໃຫ້ຕິດຕາມຂ່າວທາງການກ່ຽວກັບມາດຕະການຜ່ອນຜັນ

ຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນມື້ນີ້ວ່າ ໃຫ້ທຸກຄົນຕິດຕາມແຫຼ່ງຂ່າວທາງການຂອງລັດຖະບານ ແລະ ຄະນະສະເພາະກິດ ເທົ່ານັ້ນ ກ່ຽວກັບການຍົກເລີກ ຫຼື ມາດຕະການຜ່ອນຜັນຕ່າງໆ ເພາະປະຈຸບັນມີສັງຄົມອອນລາຍຈໍານວນຫຼາຍໄດ້ອອກຂ່າວກ່ຽວກັບບັນຫານີ້. ມາເຖິງປະຈຸບັນນີ້ 18 ວັນແລ້ວທີ່ບໍ່ມີລາຍງານການຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່, ສະນັ້ນ ກ່ຽວກັບການຍົກເລີກ ແລະ ມາດຕະການຜ່ອນຜັນຕ່າງໆ ຫຼັງວັນທີ 3…

ບໍລິສັດຈີດີບໍ່ແຮ່ ຈຳກັດ, ບໍລິສັດເຊິນເຈິນ ຈຳກັດ ຊ່ວຍເຫຼືອຜ້າອັດປາກ-ດັງ ປ້ອງກັນໂຄວິດ-19

ບໍລິສັດຈີດີບໍ່ແຮ່ ຈຳກັດ ແລະ ບໍລິສັດເຊິນເຈິນ ຈຳກັດ ໄດ້ນຳໜ້າກາກອະນາໄມ 200.000 ອັນ ມາມອບໃຫ້ຫ້ອງວ່າການຈັດຕັ້ງສູນກາງພັກ ໃນວັນທີ 30 ເມສາ 2020 ລວມມູນຄ່າທັງໝົດ 60 ພັນໂດລາສະຫະລັດ. ການມອບອຸປະກອນການແພດດັ່ງກ່າວ ແມ່ນເພື່ອສະໜັບສະໜູນເຂົ້າໃນວຽກງານການກຽມພ້ອມຕອບໂຕ້ ແລະ ຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂລກ…

ໂຄງການລົດໄຟລາວ-ຈີນ ສໍາເລັດເຈາະອຸມົງຄວາມຍາວ 9,020 ເເມັດ ຢູ່ເເຂວງອຸດົມໄຊ

ໂຄງການກໍ່ສ້າງອຸມົງກຸລົງຂອງໂຄງການລົດໄຟລາວ-ຈີນ ໄດ້ສໍາເລັດການເຈາະທະລຸອຸມົງທີ່ມີຄວາມຍາວເປັນອັນດັບ 3 ຂອງໂຄງການທາງລົດໄຟລາວ-ຈີນ ໃນວັນທີ 29 ເມສາ 2020. ອຸມົງດັ່ງກ່າວ ຢູ່ເຂດບ້ານກຸລົງ, ເມືອງ ນາໝໍ້, ເເຂວງ ອຸດົມໄຊ ມີຄວາມຍາວ 9,020 ເເມັດ ໄດ້ເຈາະທະລຸສໍາເລັດກ່ອນກໍານົດ 43 ວັນ…