ຝົນຈະສືບຕໍ່ຕົກໄປອີກ 2 ວັນພ້ອມມີ ຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ: ທົ່ວທຸກພາກຂອງປະເທດຝົນຍັງຈະສືບຕໍ່ຕົກໄປຮອດວັນທີ 11 ມິຖຸນາ 2021 ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມດ້ວຍຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຍ້ອນຮ່ອງຄວາມກົດດັນອາກາດຕໍ່າໄດ້ພັດຜ່ານເຂດພາກເໜືອລົງຫາພາກກາງ ແລະ ພາກໃຕ້ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້…


