ມີຜູ້ເສຍຊີວິດ 13 ຄົນ ຈາກເຫດການຜິດປົກກະຕິ ຢູ່ແຂວງສາລະວັນແມ່ນບໍ່ມີມູນຄວາມຈິງ
ມີກຸ່ມຄົນທີ່ບໍ່ຫວັງດີຕໍ່ ສປປ ລາວ ໄດ້ປ່ອຍຂ່າວ ຜ່ານ ເຟສບຸກ ໃນວັນທີ 9 ມີນາ ທີ່ຜ່ານມາວ່າ: ໄດ້ມີເຫດຜິດປົກກະຕິໃນໄລຍະ 15 ວັນ (ເກີດມີການລະບາດຂອງພະຍາດ) ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ຢູ່ ບ້ານໜອງແຕ່ງ ເມືອງຄົງເຊໂດນ…

