ລາວ ໄດ້ປະຕິບັດໜ້າທີ່ເປັນປະເທດ ປະສານງານພາກພື້ນອາຊີຕາເວັນອອກໃຫ້ແກ່ກົນໄກການຮ່ວມມື FEALAC ແຕ່ປີ 2017-2024

ຂອບການຮ່ວມມື ອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC) ສ້າງຕັ້ງຂຶ້ນໃນປີ 1999 ໂດຍມີຈຸດປະສົ່ງ ເພື່ອເຊື່ອມໂຍງບັນດາປະເທດ ໃນພາກພື້ນອາຊີຕາເວັນອອກ-ອາເມລິກາຕິນ ເຂົ້າຫາກັນ  ເຊິ່ງມີປະເທດສະມາຊິກທັງໝົດ 36 ປະເທດ ແລະ ສປປ ລາວ ໄດ້ປະຕິບັດໜ້າທີ່ເປັນປະເທດປະສານງານພາກພື້ນອາຊີຕາເວັນອອກໃຫ້ແກ່ກົນໄກການຮ່ວມມືດັ່ງກ່າວ ແຕ່ປີ 2017-2024. ໃນວັນທີ 22…

ບຸນຫໍ່ເຂົ້າປະດັບດິນເປັນໜຶ່ງໃນຫຼາຍບຸນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ…

ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ການສໍາມະນາເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ຈັດຂຶ້ນໃນວັນທີ 22 ສິງຫາ 2025 ທີ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ,…

ເພາະກາຍລາວ ຍາດໄດ້ 2 ຫຼຽນຄຳ ແລະ 2 ຫຼຽນເງິນ ໃນລາຍການຊິງແຊ້ມອາຊຽນ ຄັ້ງທີ 19 ທີ່ປະເທດໄທ

ໃນວັນທີ 21 ສິງຫາ 2025 ຜ່ານມານີ້, ນັກກິລາເພາະກາຍທີມຊາດລາວ ໄດ້ລົງແຂ່ງ 5 ຄົນ 5 ລາຍການ ຄື: Men’s Bodybuilding 70 kg, Men’s Athletic Physique up…

ມອບ-ຮັບລໍ້ເລື່ອນສຳລັບຄົນພິການ ຈໍານວນ 182 ຄັນ

ພິທີມອບ-ຮັບ ລໍ້ເລື່ອນສຳລັບຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ຈໍານວນ 182 ຄັນ ລວມມູນຄາ 270 ລ້ານກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ກະຊວງການຕ່າງປະເທດ ແລະ ສະຖານກົງສຸນໃຫ່ຍແຫ່ງ ສປປ ລາວ ປະຈໍາເຂດປົກຄອງພິເສດຮົງກົງ, ມາກາວ ສປ ຈີນ.…

ຈະຖືກງົດໃຊ້ໄຟຟ້າຊົ່ວຄາວຖ້າຜູ້ຊົມໃຊ້ບໍ່ຈ່າຍຄ່າໄຟຟ້າກ່ອນວັນທີ 25 ຂອງທຸກໆເດືອນ

ລັດວິສາຫະກິດໄຟຟ້າລາວໃຫ້ຮູ້ວ່າ: ການຈ່າຍເງິນຄ່າໄຟຟ້າ ແມ່ນພັນທະຂອງຜູ້ຊົມໃຊ້ຕ້ອງໄດ້ປະຕິບັດ ແລະ ຕ້ອງຈ່າຍກ່ອນວັນທີ 25 ຂອງທຸກໆເດືອນ ຫຼື ຕາມວັນທີ ທີ່ຂຽນບອກໃນບິນໄຟຟ້າທີ່ເຮົາໄດ້ຮັບ ບໍ່ໃຫ້ມີໜີ້ຄ້າງ ຖ້າບໍ່ດັ່ງນັ້ນທ່ານກໍຈະຖືກງົດໃຊ້ໄຟຟ້າຊົ່ວຄາວ. ໃນກໍລະນີທີ່ທ່ານຖືກງົດໃຊ້ໄຟຟ້າຊົ່ວຄາວຄວນເຮັດແນວໃດ? 1. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າໄຟຟ້າທັງໝົດທີ່ລະບຸໄວ້ໃນບິນເສຍກ່ອນ.​ 2. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າເຊື່ອມຕໍ່ໄຟຟ້າຄືນຕາມລະບຽບດັ່ງລຸ່ມນີ້: – ໝໍ້ໄຟ 1…

ເສຍຊີວິດເຖິງ 100 ຄົນຈາກອຸບັດເຫດໃນໄລຍະ 6 ເດືອນຕົ້ນປິ 2025 ຢູ່ນະຄອນຫຼວງວຽງຈັນ

ພັທ ຄຳພອນ ພົມມະຈັນ ຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ແຈ້ງເມື່ອມໍ່ໆມານີ້ໃຫ້ຮູ້ວ່າ:  ນະຄອນຫຼວງວຽງຈັນມີຜູ້ເສຍຊີວິດເຖິງ 100 ຄົນ (ຍິງ 15 ຄົນ) ຈາກອຸບັດເຫດຕາມທ້ອງຖະໜົນທີ່ເກີດຂຶ້ນທັງໝົດ 628 ຄັ້ງໃນໄລຍະ 6 ເດືອນຕົ້ນປິ 2025, ນອກນັ້ນຍັງມີຜູ້ໄດ້ຮັບບາດເຈັບທັງໝົດ…

ແຈ້ງການ! ໃຫ້ຮ້ານຂາຍຍ່ອຍຢາ ຕິດລາຄາຢາ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງຢາດ້ວຍຄວາມຍຸຕິທໍາ

ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກແຈ້ງການ ບັນດາຮ້ານຂາຍ ຕິດລາຄາຢາ ເປັນເງິນກີບ ໃສ່ກັບກ່ອງບັນຈຸຢາ ແລະ ຜະລິດຕະພັນການແພດ ທີ່ຈໍາໜ່າຍໃນຮ້ານຂາຍຍ່ອຍຢາ ໃນຂອບເຂດທົ່ວປະເທດ ເພື່ອຄວາມໂປງໃສທາງດ້ານລາຄາ ແລະ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງຢາດ້ວຍຄວາມຍຸຕິທໍາ. ການແຈ້ງຕິດລາຄາຢາໃນຮ້ານຂາຍຍ່ອຍຢານີ້ ແມ່ນໃຫ້ພາກສ່ວນກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດ ຊ້າສຸດບໍ່ໃຫ້ກາຍວັນທີ 1…

ທຫລ ກຽມຫຼຸດດອກເບ້ຍເຫຼືອ 9% ຕໍ່ປີ, ສັນຍານການຟື້ນຕົວຂອງເສດຖະກິດ

ທະນາຄານແຫ່ງ ສປປ ລາວ (ທຫລ) ກຽມ ປັບຫຼຸດອັດຕາດອກເບ້ຍພື້ນຖານ ທຫລ ໄລຍະ 7 ວັນ (ເງິນກູ້) ຈາກລະດັບ 9.5% ຕໍ່ປີ ມາເປັນ 9% ຕໍ່ປີ ທ່າມກາງ ອັດຕາເງິນເຟີ້ ທີ່ຊ້າລົງ.…

ແຂວງ ຫຼວງນໍ້າທາ ມີແຜນຈະສ້າງພຣະເຈົ້າໃຫຍ່ ໃນເຂດສັກສິດ ພູທາດຫຼວງຈຽງຕຶງ ເພື່ອດຶງດູດນັກທ່ອງທ່ຽວ

ແຂວງ ຫຼວງນໍ້າທາ ມີແຜນຈະພັດທະນາ ເຂດສັກສິດ ພູທາດຫຼວງຈຽງຕຶງ ຢູ່ ເມືອງ ສິງ, ຊຶ່ງກຳລັງລະດົມທຶນ ເພື່ອກໍ່ສ້າງພຣະເຈົ້າໃຫຍ່ປາງປະທານພອນ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວດ້ານວັດທະນະທຳ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ທ່ານ ຄໍາແສງ ແສງມະນີ, ຮອງປະທານແນວລາວສ້າງຊາດ ເມືອງສິງ ລາຍງານຫຍໍ້ກ່ຽວກັບວຽກງານການພັດທະນາແຫຼ່ງທ່ອງທ່ຽວ…