Vientiane Times Lao

ການໃຊ້ລະເບີດ, ໄຟຟ້າຊ໋ອດ, ເບືອປາ ເປັນບັນຫາທີ່ເຮັດໃຫ້ປາ ແລະ ສັດນໍ້າຕ່າງໆສ່ຽງສູນພັນ

ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນໄລຍະເຂົ້າພັນສາ ຊຶ່ງເປັນລະດູທີ່ສັດນ້ຳວາງໄຂ່ ແລະ ສັດປ່າ ຖືພາມານ, ຈຶ່ງຢາກຮຽກຮ້ອງໃຫ້ ພໍ່ແມ່ ປະຊາຊົນຢຸດການຫາປາ ແລະ ລ່າສັດປ່າທຸກຊະນິດ ນອກນັ້ນຍັງຮຽກຮ້ອງຫ້າມບໍ່ໃຫ້ຊື້-ຂາຍສັດປ່າທີ່ມີຊີວິດຕະຫລອດເຖິງຊາກແຫ້ງ ຫລື ຊິ້ນສ່ວນໃດໜຶ່ງຂອງມັນຕາມທ້ອງຕະຫລາດ, ຫ້າມຕັນທາງເດີນຂອງປາທີ່ຈະຂຶ້ນໄປວາງໄຂ່ຕາມສາຍຫ້ວຍ ແລະ ແມ່ນ້ຳລຳຄອງດ້ວຍວິທີການໃດໆກໍ່ຕາມ…

ການກໍ່ສ້າງຊົນລະປະທານອ່າງເກັບນ້ຳຍອດຫ້ວຍທ່າຮາວຈະສຳເລັດໃນປີ 2024

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງຊົນລະປະທານອ່າງເກັບນ້ຳຍອດຫ້ວຍ ທ່າຮາວບ້ານນາຄຳ ເມືອງອຸ ທຸມພອນແຂວງສະຫວັນນະເຂດ ເນື່ອງໃນໂອກາດທີ່ທ່ານໄປເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ ຊຶ່ງໂຄງການດັ່ງກ່າວຈະສ້າງສຳເລັດ 100%…

ທ່ານຮອງນາຍົກ ເນັ້ນໃຫ້ ແຂວງສະຫວັນນະເຂດ ເອົາໃຈໃສ່ຂຸດຄົ້ນແຫຼ່ງລາຍຮັບໃໝ່ ທີ່ເປັນພື້ນຖານຕາມທ່າແຮງ

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ເນັ້ນໜັກໃຫ້ແຂວງສະຫວັນນະເຂດສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕາມແຜນການທີ່ວາງໄວ້ ໂດຍສະເພາະໃຫ້ພ້ອມກັນສຸມໃສ່ການເກັບລາຍຮັບເຂົ້າງົບປະມານ ໃນ 6 ເດືອນທ້າຍປີ 2020 ໃຫ້ໄດ້ຕາມແຜນການສູ້ຊົນ ຫຼື ລື່ນແຜນນັ້ນຍິ່ງເປັນການດີ  ແລະ ໃຫ້ເອົາໃຈໃສ່ຂຸດຄົ້ນແຫຼ່ງລາຍຮັບ ໃໝ່ ທີ່ເປັນພື້ນຖານຕາມທ່າແຮງ ຂອງທ້ອງຖິ່ນ, ເນື່ອງໃນໂອກາດທີ່ທ່ານ…

ຜູ້ຜະລິດ ພາຍໃນ ແລະ ນຳເຂົ້າສິນຄ້າ ຕ້ອງຕິດສະຫຼາກສິນຄ້າເປັນພາສາລາວ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາຜູ້ຜະລິດສິນຄ້າພາຍໃນ, ບໍລິສັດນຳເຂົ້າສິນຄ້າຕ່າງປະເທດ, ຜູ້ຂາຍຍົກ-ຂາຍຍ່ອຍ ໃຫ້ສືບຕໍ່ຕິດສະຫຼາກສິນຄ້າເປັນພາສາລາວກ່ອນອອກຈຳໜ່າຍ ນອກນັ້ນຍັງຫ້າມຜູ້ຂາຍຍົກ, ຕົວແທນຈຳໜ່າຍ ຮັບສິນຄ້າທີ່ຍັງບໍ່ທັນໄດ້ຕິດສະຫຼາກສິນຄ້າເປັນພາສາລາວ. ພະແນກອຸດສາຫະກຳ ແລະ ການຄ້າ ແຈ້ງໃຫ້ຮູ້ຕື່ມອີກວ່າ: ແຕ່ມີບາງສິນຄ້າທີ່ໄດ້ມີການຍົກເວັ້ນ ປະກອບມີ ສິນຄ້າທີ່ນໍາເຂົ້າຊົ່ວຄາວເພື່ອສົ່ງອອກຕໍ່, ສິນຄ້ານໍາເຂົ້າຊົ່ວຄາວ…

ຂະຫຍາຍລະບົບການບໍລິການການເງິນຜ່ານມືຖື ໄປເຂດຫ່າງໄກສອກຫຼິກ

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວໄດ້ຮ່ວມມືກັນໃນການພັດທະນາເຊື່ອມຕໍ່ລະບົບການບໍລິການ ການເງິນຜ່ານມືຖື (u-money) ແລະ ການບໍລິການ ທະນາຄານຜ່ານມືຖື ຂອງ ທຄຕລ (BCEL One). ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ…

ບານເຕະລາວລີກ 2 ເລີ່ມແຂ່ງຂັນທ້າຍເດືອນນີ້

ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປິ 2020 ຈະເລີ່ມເປີດສະໜາມແຂ່ງຂັນ ໃນວັນທີ 25 ກໍ​ລະ​ກົດ 2020, ຊຶ່ງຈະນໍາໃຊ້ 3 ສະໜາມແຂ່ງຂັນ ຄື: ສະໜາມກິລາແຫ່ງຊາດຫຼັກ 16, ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສະໜາມ…

ວິທະຍາໄລຄູ ດົງຄໍາຊ້າງ ອອກບັດນັກສຶກສາໃຫ້ເປັນບັດດຽວກັບບັດເອທີເອັມ

ວິທະຍາໄລຄູ ດົງຄໍາຊ້າງ ຮ່ວມມືກັບ ທະນາຄານການຄ້າຕ່າງປະເທດ ລາວ ມະຫາຊົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນວັນທີ 17 ກໍລະກົດ 2020 ກ່ຽວກັບການບໍລິການ ອອກບັດນັກສຶກສາໃຫ້ເປັນບັດດຽວກັບບັດເອທີເອັມ (ATM), ເພື່ອ ໃຫ້ນັກສຶກສາມີຄວາມສະດວກໃນການໂອນເງິນ ຖອນເງິນໂດຍນໍາໃຊ້ຮ່ວມກັນກັບບັດນັກສຶກສາ ເລິຍ. ໃນພິທີເຊັນສັນຍາດັ່ງກ່າວ, ທ່ານ…

ເດັກນ້ອຍລາວ 1 ໃນ 3 ຄົນ ຍັງຂາດສານອາຫານ

ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເດັກນ້ອຍລາວ 1 ໃນ 3 ຄົນ ຫຼື ເກືອບ 300.000 ຄົນ ໃນຂອບເຂດທົ່ວປະເທດຍັງມີການພັດທະນາດ້ານຕ່າງໆຊັກຊ້າບໍ່ໄດ້ມາດຕະຖານ ແລະ ມີຄວາມສະຫຼາດຈໍາ ກັດ ຍ້ອນຜົນສະທ້ອນຈາກ ການຂາດສານອາຫານຊໍ່າເຮື້ອ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ທ່ານ ຮສ…

ມີ 65 ທຶນຮຽນຟຣີສໍາລັບນັກຮຽນທີ່ຈົບຊັ້ນປະຖົມທີ່ມີຖານະຄອບຄົວທຸກຍາກ

ວິທະຍາໄລວຽງຈັນພັດທະນາອາຊີບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ທາງວິທະຍາໄລວຽງຈັນພັດທະນາອາຊີບ ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫລງວຽງຈັນ ມີທຶນຮຽນຟຣີ 65 ທຶນ (25 ທຶນກ່ຽວກັບສາຂາວິຊາແຕ່ງອາຫານ, 20 ທຶນກ່ຽວກັບສາຂາວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ ແລະ 20 ທຶນກ່ຽວກັບວິຊາການໂຮງແຮມ) ສໍາລັບນັກຮຽນທີ່ຈົບຊັ້ນປະຖົມເທົ່ານັ້ນ,…

ຍີ່ປຸ່ນຊ່ວຍເຫຼືອ 3 ລ້ານໂດລາພັດທະນາຊັບພະຍາກອນມະນຸດໃນລາວ

ລັດຖະບານຍີ່ປຸ່ນເຫັນດີມອບທຶນຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ໃນມູນຄ່າ 3 ລ້ານໂດລາສະຫະລັດ ຫຼື 317 ລ້ານເຢນ ເພື່ອຈັດຕັ້ງປະຕິບັດໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ. ໂຄງການດັ່ງກ່າວຈະມອບທຶນການສຶກສາຈຳນວນ 22 ທຶນໃຫ້ແກ່ພະນັກງານລັດຖະກອນໜຸ່ມທີ່ເຮັດວຽກກ່ຽວພັນກັບການພັດທະນາເສດຖະກິດ ແລະ ສັງຄົມໃນ ສປປ ລາວ, ເພື່ອສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ພ້ອມທັງເຮັດການຄົ້ນຄວ້າທີ່ມະຫາວິທະຍາໄລໃນປະເທດຍີ່ປຸ່ນ. ພິທີລົງນາມກ່ຽວກັບການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂື້ນໃນວັນທີ…