ບໍ່ມີສອບເສັງນັກຮຽນເກັ່ງລະດັບຊາດ ສໍາລັບສົກປີ 2020-2021 ນີ້
ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາອໍານວຍການຊັ້ນມັດທະຍົມສຶກສາ ໃນຂອບເຂດທົ່ວປະເທດ ໃຫ້ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈໍາສົກຮຽນ 2020-2021 ນີ້ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນວ່າຖ້າມີການສອບເສັງດັ່ງກ່າວຈະມີນັກຮຽນເກັ່ງແຕ່ລະແຂວງມາຮວມກັນຢູ່ຈຸດສອບເສັງ ຊຶ່ງມີຄວາມສຽງທີ່ອາດຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນກໍລະນີມີນັກຮຽນແຂວງໃດໜຶ່ງຕິດພະຍາດດັ່ງກ່າວໂດຍໃຫ້ຈັດຕັ້ງສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາພາຍໃນແຂວງຂອງຕົນ, ໃຫ້ ປະຕິບັດນະໂຍບາຍຕໍ່ ນັກຮຽນເກັ່ງລະດັບແຂວງ ຕາມລະບຽບທີ່ກໍານົດໄວ້ໂດຍມີການມອບໃບຍ້ອງຍໍ, ໃບຢັ້ງຢືນ, ທຶນການສຶກສາ…

