ຜູ້ຊົມໃຊ້ໄຟຟ້າ ຫຼຸດ 150 kWh ລາຄາຈະຫລຸດ 50% ຖ້າທຽບກັບຜູ້ຊົມໃຊ້ເກີນ 150 kWh
ຈາກກະແສສັງຄົມທີ່ໄດ້ມີການໂຈມຕີຢ່າງໜັກໜ່ວງກ່ຽວກັບລາຄາໄຟຟ້າທີ່ແພງກ່ຽວກັບການປັບລາຄາໂຄງສ້າງໃໝ່ນີ້ໂດຍເລີ່ມແຕ່ເດືອນ ພຶດສະພາ 2020 ນີ້, ບາງຄົນກໍ່ມີຄໍາຖາມວ່າ ປະເທດລາວເປັນປະເທດ ທີ່ມີເຂື່ອນໄຟຟ້າທີ່ຜະລິດໄຟຟ້າຫຼາຍເປັນຫຍັງລາຄາຄື ແພງແທ້. ຫຼ້າສຸດ, ລັດວິສາຫະກິດໄຟຟ້າລາວ ໄດ້ອອກມາຊີ້ແຈງຜ່ານທາງໂທລະພາບແຫ່ງຊາດມື້ວານນີ້ວ່າ ຜູ້ຊົມໃຊ້ໄຟຟ້າທຸກໆຄົນ ແມ່ນໄດ້ຮັບການເກື້ອກູນຈາກລັດຖະບານແລ້ວກ່ຽວກັບການປັບປຸງໂຄງສ້າງຄາລາໄຟຟ້າໃໝ່ ທີ່ມີລາຄາດຽວ ຄື 710 ກີບ/kWh ແຕ່ວ່າຜູ້ທີ່ມີລາຍຮັບຕ່ຳທີ່ມີຈຳນວນຫຼາຍກວ່າ 80% ຂອງຜູ້ຊົມໃຊ້ໄຟ້ຟາທັງໝົດທົ່ວປະເທດ…

