ລາວ-ຈີນເພີ່ມທະວີການແລກປ່ຽນບົດຮຽນການປົກຄອງ ແລະ ພັດທະນາ
ຜູ້ນຳສູງສຸດຂອງສອງພັກ ສອງລັດ ລາວ-ຈີນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນບົດຮຽນດ້ານການປົກຄອງພັກ ແລະ ລັດຖະບານ, ເຊິ່ງເປັນການຍົກລະດັບຄວາມສຳພັນແບບຄູ່ຮ່ວມຊາຕາກຳໃຫ້ກ້າວສູ່ລະດັບໃໝ່. ເມື່ອບໍ່ດົນມານີ້, ທ່ານນາງ ຟ່າງຮົງ, ເອກອັກຄະລັດຖະທູດຈີນປະຈຳລາວ, ໄດ້ເປີດເຜີຍຕໍ່ສື່ມວນຊົນວ່າ ການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໃນຕົ້ນເດືອນກັນຍານີ້, ໄດ້ເປັນໂອກາດສຳຄັນທີ່ຜູ້ນຳທັງສອງໄດ້ປຶກສາຫາລືກັນຢ່າງເລິກເຊິ່ງກ່ຽວກັບການກໍ່ສ້າງພັກ ແລະ ການບໍລິຫານລັດ. ທ່ານ…


