Umoney ຮ່ວມມືກັບ Visa ສ້າງປະຫວັດສາດໜ້າໃໝ່ ແຫ່ງການຊຳລະເງິນສາກົນໃນ ສປປ ລາວ

Umoney ຮ່ວມມືກັບ Visa ສ້າງປະຫວັດສາດໜ້າໃໝ່ ແຫ່ງການຊຳລະເງິນສາກົນໃນ ສປປ ລາວ

ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ Umoney ໄດ້ສ້າງບາດກ້າວບຸກທະລຸຄັ້ງສຳຄັນໃນຂະແໜງການເງິນດີຈີຕອນ ໂດຍການລົງນາມຮ່ວມມືກັບ Visa ເພື່ອເປີດຕົວບໍລິການ VisaPay ເທິງແອັບພລິເຄຊັນ Umoney.

ພິ​ທີ​ເຊັນ​ສັ​ນ​ຍາ​ຮ່ວມ​ມື ໄດ້​ຈັດ​ຂຶ້ນໃນຕອນບ່າຍ ວັນທີ 29 ມັງກອນ 2026. ການຮ່ວມມືຍຸດທະສາດໃນຄັ້ງນີ້ ຈະເປັນການເປີດປະຕູສູ່ໂລກການເງິນແບບບໍ່ມີພົມແດນ ໃຫ້ແກ່ລູກຄ້າ Umoney ຫຼາຍລ້ານຄົນ ສາມາດຊຳລະເງິນລະດັບສາກົນໄດ້ຢ່າງງ່າຍດາຍ ໂດຍບໍ່ຈຳເປັນຕ້ອງມີບັດທະນາຄານ.

ໃນໄລຍະຜ່ານມາ, ການຊຳລະເງິນສາກົນໃນ ສປປ ລາວ ຍັງປະສົບກັບສິ່ງທ້າທາຍຫຼາຍດ້ານ ແລະ ຂະຫຍາຍຕົວຂ້ອນຂ້າງຊ້າ ເນື່ອງຈາກຂໍ້ຈຳກັດດ້ານລະບົບ ແລະ ຈຳນວນຈຸດຮັບບັດທີ່ມີໜ້ອຍ (ບໍ່ເຖິງ 3,000 ຈຸດທົ່ວປະເທດ). ສິ່ງເຫຼົ່ານີ້ໄດ້ກາຍເປັນອຸປະສັກໃຫ້ແກ່ປະຊາຊົນລາວ ໃນການເຂົ້າເຖິງການບໍລິການດີຈີຕອນລະດັບໂລກ ເປັນຕົ້ນແມ່ນການຊຳລະຄ່າບໍລິການຜ່ານ Facebook, Google, Netflix ແລະ YouTube ທີ່ນັບມື້ນັບມີຄວາມຕ້ອງການສູງຂຶ້ນ.

   Umoney ເປັນຂະແໜງການເງີນດີຈີຕອນທຳອິດ ແລະ ເປັນລາຍດຽວໃນ ສປປ ລາວ ທີ່ຮ່ວມມືກັບ Visa ໃນການຊຳລະເງິນສາກົນ” ມີຄວາມຕັ້ງໃຈທີ່ຈະເປັນຜູ້ນຳພາໃນການຂັບເຄື່ອນລະບົບການຊຳລະເງິນສາກົນໃຫ້ມີຄວາມທັນສະໄໝ. ໂດຍໃນເບື້ອງຕົ້ນ ຈະເປີດໃຫ້ບໍລິການ 3 ຮູບແບບຫຼັກ ຄື:

1. Tap to Pay: ຊຳລະແບບກົດຈ່າຍ

2. Scan to Pay: ການສະແກນ QR Code ເພື່ອຊຳລະເງິນ.

3. E-commerce Payment: ການຊຳລະເງິນສຳລັບການຊື້-ຂາຍສິນຄ້າ ແລະ ບໍລິການທາງອອນລາຍ.

ການຮ່ວມມືລະຫວ່າງ Umoney ແລະ Visa ໃນຄັ້ງນີ້ ບໍ່ພຽງແຕ່ຈະຕອບໂຈດການໃຊ້ຊີວິດໃນຍຸກໃໝ່ເທົ່ານັ້ນ, ແຕ່ຍັງມີແຜນທີ່ຈະພັດທະນາ ແລະ ນຳສະເໜີເຕັກໂນໂລຊີການເງິນທີ່ລ້ຳສະໄໝກວ່າເກົ່າໃນອະນາຄົດ ເພື່ອຍົກລະດັບລະບົບການຊຳລະເງິນໃນ ສປປ ລາວ ໃຫ້ກ້າວໄກໄປອີກຂັ້ນ ແລະ ທຽບເທົ່າກັບລະດັບສາກົນ.

#Umoney

 #ເພື່ອນຄູ່ໃຈດ້ານການເງິນ

 #Yourmoneybuddy

 #DigitalFinance

Related Articles

Leave a Reply