Vientiane Times Lao
ທລຍ ກຽມສ້າງຄວາມເຂັ້ມແຂງໃຫ້ອົງການປົກ ຄອງ ທ້ອງຖິ່ນໃນ ການຕ້ານໂຄວິດ-19 ຢູ່ 10 ແຂວງ

ທລຍ ກຽມສ້າງຄວາມເຂັ້ມແຂງໃຫ້ອົງການປົກ ຄອງ ທ້ອງຖິ່ນໃນ ການຕ້ານໂຄວິດ-19 ຢູ່ 10 ແຂວງ

ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດ ຫລື SDC ໄດ້ຊ່ວຍທຶນ ຈໍານວນ ຫລາຍກວ່າ 4 ຕື້ກີບ (500.000 ໂດລາສະຫະລັດ) ໃຫ້ແກ່ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ພາຍໃຕ້ໂຄງການປ້ອງກັນການລະບາດຂອງພະຍາດໂຄວິດ 19 ຢູ່ຮາກຖານຊຸມຊົນ ຊົນນະບົດໃນລາວ ໂດຍຈະປະຕິບັດຢູ່ 10 ແຂວງ ຄື: ແຂວງ ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ປະກອບມີ 35 ເມືອງ ລວມມີ 900 ບ້ານ.

ທຶນດັ່ງກ່າວຈະນໍາໃຊ້ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງທ້ອງຖິ່ນໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ຄວາມຮູ້ກ່ຽວກັບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂັ້ນພື້ນຖານໃຫ້ປະຊາຊົນບັນດາເຜົ່າ, ໃຫ້ນັກຮຽນ ລວມທັງແນະນໍາວິທີຜະລິດຜ້າອັດປາກ ໂດຍນໍາໃຊ້ວັດຖຸດິບຂອງທ້ອງຖິ່ນ ແລະ ກິດຈະກໍາອື່ນໆ. ພິທີເປີດໂຄງການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020ທີ່ຜ່ານມາຢູ່ກົມພັດທະນາຊົນນະບົດ ແລະ ສະຫະກອນ ຂອງກະຊວງກະສິກໍາ ແລະ ປ່າໄມ້ ໂດຍການເຂົ້າຮ່ວມຂອງຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ຄໍາບຸນນັດ ໄຊຍະນົນ, ຜູ້ອໍານວຍການ ທລຍ ທ່ານ ຈິດ ທະວິໃສ, ຜູ້ອໍານວຍການຫ້ອງການຮ່ວມມືພາກພື້ນແມ່ນໍ້າຂອງປະເທດສະວິດ ທ່ານ ຊອງຟອງຊົວ ກຸຍເອໂນດ ( Jean François Cuénod ), ຜູ້ຕາງໜ້າທະນາຄານໂລກປະຈໍາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໂຄງການດັ່ງກ່າວເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 21 ກັນຍາ 2020 ຫາເດືອນມັງກອນ 2021.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply