Vientiane Times Lao
ທະນາຄານນະໂຍບາຍ ຈະປ່ອຍສິນເຊື່ອຫຼາຍກວ່າ 5,5 ຕື້ກີບໃຫ້ເມືອງເປົ້າໝາຍຈຸດສຸມ ຂອງລັດຖະບານ ແລະ ບ້ານ 3 ສ້າງ

ທະນາຄານນະໂຍບາຍ ຈະປ່ອຍສິນເຊື່ອຫຼາຍກວ່າ 5,5 ຕື້ກີບໃຫ້ເມືອງເປົ້າໝາຍຈຸດສຸມ ຂອງລັດຖະບານ ແລະ ບ້ານ 3 ສ້າງ

ທະນາຄານນະໂຍບາຍສາຂາແຂວງອັດຕະປື ມີແຜນຈະສະໜອງສິນເຊື່ອຫຼາຍກວ່າ 5,5 ຕື້ກີບ ໃນປີ 2021 ນີ້ ໂດຍຈະເລັ່ງໃສ່ປ່ອຍໃຫ້ສະມາຊິກຂອງທະນາຄານຢູ່ບັນດາເມືອງເປົ້າໝາຍຈຸດສຸມຂອງລັດຖະບານ ແລະ ບ້ານ 3 ສ້າງ ດ້ວຍອັດຕາດອກເບ້ຍຕໍ່າ ເພື່ອປະກອບສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ທ່ານ ບຸນແຫຼມ ກິວົງສັກ ຮັກສາການຫົວໜ້າ ທະນາຄານນະໂຍບາຍ ສາຂາແຂວງອັດຕະປື ໄດ້ກ່າວເມື່ອບໍ່ດົນນີ້ວ່າ: ເງິນທີ່ຈະປ່ອຍໃຫ້ສະມາຊິກໃນ ປີ 2021 ນີ້ ມີທຶນໄລຍະສັ້ນມີ 23 ລ້ານກີບ, ທຶນໄລຍະກາງ ມີ 610 ລ້ານກີບ ແລະ ທຶນໄລຍະຍາວ ມີ 4,9 ຕື້ກວ່າກີບ ເພື່ອໃຫ້ສະມາຊິກກຸ່ມກູ້ຢືມເພື່ອນຳໃຊ້ເຂົ້າໃນການຜະລິດ ໄດ້ທ່ວງທັນກັບລະດູການ ໂດຍທາງທະນາຄານໄດ້ມີການແບ່ງທຶນອອກເປັນ 3 ແຫຼ່ງທຶນຄື: ແຫຼ່ງທຶນເປົ້າໝາຍມີ 3,3 ຕື້ກວ່າກີບ, ແຫຼ່ງທຶນຈຸດສຸມມີ 700 ລ້ານກວ່າກີບ ແລະ ແຫຼ່ງທຶນວຽກງານ 3 ສ້າງ ມີ 1,4 ຕື້ກວ່າກີບ.

ຂ່າວ: ສິດຕິພອນ

Related Articles

Leave a Reply