ຫຼັງຈາກຊອກຄົ້ນ ແລະ ເລັ່ງຕິດຕາມມາໄດ້ 3 ວັນແລ້ວ ນັບແຕ່ມື້ໂຕນຄຸກໃນວັນທີ 24 ສິງຫາ ທີ່ຜ່ານມາ, ນັກໂທດ 7 ຄົນ ຍັງເອົາໂຕຫຼົບໜີ ຊຶ່ງ ເຈົ້າໜ້າທີ່ຄາດວ່ານັກໂທດບາງສ່ວນໄດ້ເອົາໂຕຫຼົບໜີໄປຕ່າງປະເທດແລ້ວຍ້ອນວ່ານັກໂທດສ່ວນໜຶ່ງເປັນຄົນສັນຊາດຕ່າງປະເທດ.
ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ໄດ້ແຈ້ງຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວ່າ: ຮອດປັດຈຸບັນຍັງບໍ່ສາມາດຈັບກຸມໄດ້ເທື່ອ ນັກໂທດ 7 ຄົນທີ່ຍັງເອົາໂຕຫຼົບໜີ.
ການຄົ້ນຫາແມ່ນໄດ້ມີການແກະຮອຍນັກໂທດຢູ່ຕາມກ້ອງວົງຈອນປິດຕາມເສັ້ນທາງຕ່າງໆ, ເຂດຈຸມສູມ ແລະ ກວດລົດທຸກຄັນ ແລະ ຄົນທີ່ຢູ່ພາຍໃນລົດທີ່ເດີນທາງໄປ ຕ່າງແຂວງ.
ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ຍັງບໍ່ສາມາດເວົ້າໄດ້ວ່າຈະສາ ມາດຈັບກຸມນັກໂທດ 7 ຄົນໄດ້ມີື້ໃດ, ແຕ່ມີຄວາມຄືບໜ້າຫຼາຍສົມຄວນກ່ຽວກັບສະຖານທີ່ ທີ່ນັກໂທດອາດຈະໄປລີ້ຊ່ອນໂຕ ຫຼັງຈາກທີ່ສືບສວນນັກໂທດທີ່ຮ່ວມຂະບວນການແຕ່ເຊື່ອ ວ່ານັກໂທດຈໍານວນໜຶ່ງໂດຍສະເພາະນັກໂທດສັນຊາດ ຕ່າງປະເທດອາດຈະເອົາໂຕຫຼົບໜີໄປຕ່າງປະເທດແລ້ວແລະ ສັນນິຖານວ່າ, ການໂຕນຄຸກໃນຄັ້ງນີ້ມີການວາງແຜນໄວ້ ລ່ວງໜ້າແລ້ວ ເພາະເມື່ອ ຕິດຕາມເຊັກນໍາ ກ້ອງ ວົງຈອນປິດ ໄດ້ມີລົດກະບະວີໂກ ສີປອນເງິນມາລໍ ຖ້າເພື່ອພາໂຕຫຼົບໝີ.
ນັກໂທດທີ່ໂຕນຄ້າຍຄຸມຂັງ ໂພນຕ້ອງ ໃນວັນທີ 24 ສິງຫາ ລວມມີ 12 ຄົນເປັນນັກໂທດຄະດີຢາເສບຕິດ ໃນນັ້ນສາມາດຈັບກຸມໄດ້ແລ້ວ 5 ຄົນ ຍັງ 7 ຄົນ.
ຂ່າວ: ວຽງຈັນທາຍ