Vientiane Times Lao
ຜູ້ຕິດເຊື້ອໂຄວິດ-19 ລັກອອກຈາກສູນກັກບໍລິເວນນັ້ນບໍ່ມີມູນຄວາມຈິງ

ຜູ້ຕິດເຊື້ອໂຄວິດ-19 ລັກອອກຈາກສູນກັກບໍລິເວນນັ້ນບໍ່ມີມູນຄວາມຈິງ

ຈາກກໍລະນີທີ່ມີຂ່າວລືກັນເມື່ອບໍ່ດົນມານີ້ ວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນເພດຊາຍ ໂດຍໄດ້ຖືກກັກບໍລິເວນ 14 ວັນ ຢູ່ໂຮງແຮມ, ໄດ້ມີສາວບໍລິການທາງນອກເຂົ້າໄປໃຫ້ບໍລິການຜູ້ຕິດເຊື້ອໂຄວິດ-19 ຢູ່ໃນໂຮງແຮມ ແລະ ຍິງສາວໄດ້ນໍາເອົາເຊື້ອໄປແຜ່ສູ່ສັງຄົມ, ນອກນັ້ນຍັງມີຂ່າວລືທີ່ວ່າມີຜູ້ເດີນທາງເຂົ້າມາລາວຈໍານວນໜຶ່ງໂດຍຖືກກັກບໍລິເວນຢູ່ໂຮງແຮມ ຫຼື ຢູ່ສູນກັກກັນໄດ້ພາກັນລັກໂຕນໜີອອກຈາກສູນກັກກັນກ່ອນກໍານົດນັ້ນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ອອກມາຢືນຢັນວ່າບໍ່ມີມູນຄວາມຈິງ ເປັນຂ່າວປອມທີ່ພວກບໍ່ຫວັງດີປ່ອຍຂ່າວເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມລາວເທົ່ານັ້ນ.

ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ. ພູທອນ ເມືອງປາກ ໄດ້ອອກມາຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບເລື່ອງຂ່າວລືດັ່ງກ່າວເມື່ອບໍ່ດົນມານີ້ ວ່າ, ເປັນຂ່າວປອມ ເພາະຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ມີມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍມີການແບ່ງໜ້າທີ່ກັນຮັບຜິດຊອບແຕ່ລະຂັ້ນຂອດຢ່າງລະອຽດ ແລະ ເຂັ້ມງວດ ໃນການເອົາໃຈໃສ່ຕິດຕາມ, ຄຸ້ມຄອງ ການປະຕິບັດມາດຕະການຢູ່ສູນຈໍາກັດບໍລິເວນຂອງລັດ, ຢູ່ໂຮງແຮມ ໂດຍບໍ່ໃຫ້ຄົນພາຍນອກມາພົບ ທັງຈໍາກັດບໍລິເວນໃຫ້ຄົບ 14 ວັນ, ນອກນັ້ນຄົນເຈັບທີ່ຕິດເຊື້ອພະຍາດດັ່ງກ່າວໄດ້ມີການຮັກສາ ປິ່ນປົວ, ມີການຕິດຕາມຢ່າງໃກ້ຊິດຈາກແພດໝໍ ແລະ ມີມາດຕະກັນປ້ອງກັນຢ່າງເຂັ້ມງວດ. ໃນນາມກະຊວງສາທາລະນະສຸກ ຫຼື ໃນນາມຂອງ ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂໍຢືນຢັນອີກເທື່ອໜຶ່ງວ່າເລື່ອງຂ່າວລືດັ່ງກ່າວເປັນຂ່າວປອມ ບໍ່ມີມູນຄວາມຈິງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ