Vientiane Times Lao
ຜູ້ຜະລິດ ພາຍໃນ ແລະ ນຳເຂົ້າສິນຄ້າ ຕ້ອງຕິດສະຫຼາກສິນຄ້າເປັນພາສາລາວ

ຜູ້ຜະລິດ ພາຍໃນ ແລະ ນຳເຂົ້າສິນຄ້າ ຕ້ອງຕິດສະຫຼາກສິນຄ້າເປັນພາສາລາວ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາຜູ້ຜະລິດສິນຄ້າພາຍໃນ, ບໍລິສັດນຳເຂົ້າສິນຄ້າຕ່າງປະເທດ, ຜູ້ຂາຍຍົກ-ຂາຍຍ່ອຍ ໃຫ້ສືບຕໍ່ຕິດສະຫຼາກສິນຄ້າເປັນພາສາລາວກ່ອນອອກຈຳໜ່າຍ ນອກນັ້ນຍັງຫ້າມຜູ້ຂາຍຍົກ, ຕົວແທນຈຳໜ່າຍ ຮັບສິນຄ້າທີ່ຍັງບໍ່ທັນໄດ້ຕິດສະຫຼາກສິນຄ້າເປັນພາສາລາວ.

ພະແນກອຸດສາຫະກຳ ແລະ ການຄ້າ ແຈ້ງໃຫ້ຮູ້ຕື່ມອີກວ່າ: ແຕ່ມີບາງສິນຄ້າທີ່ໄດ້ມີການຍົກເວັ້ນ ປະກອບມີ ສິນຄ້າທີ່ນໍາເຂົ້າຊົ່ວຄາວເພື່ອສົ່ງອອກຕໍ່, ສິນຄ້ານໍາເຂົ້າຊົ່ວຄາວ ເພື່ອວາງສະແດງໃນງານຕະຫຼາດນັດ ຫຼັງຈາກນັ້ນສົ່ງອອກຄືນ, ສິນຄ້າຜ່ານແດນ, ຂອງຂວັນ ແລະ ຂອງຕ້ອນ, ສິນຄ້າທີ່ເປັນສະບຽງອາຫານສົດ, ສະບຽງອາຫານທີ່ປຸງແຕ່ງ ແຕ່ບໍ່ມີການຫຸ້ມຫໍ່ ແລະ ຂາຍໂດຍກົງໃຫ້ຜູ້ຊົມໃຊ້ ແລະ ສິນຄ້າທີ່ເປັນວັດຖຸດິບ ທີ່ບໍ່ມີການຫຸ້ມຫໍ່ ນໍາເຂົ້າເພື່ອສະໜອງໃຫ້ການຜະລິດໃນໂຮງງານ ຫຼື ການກໍ່ສ້າງ.

ໃນກໍລະນີຜະລິດສິນຄ້າພາຍໃນ, ບໍລິສັດນຳເຂົ້າສິນຄ້າຕ່າງປະເທດ, ຜູ້ຂາຍຍົກ-ຂາຍຍ່ອຍບໍ່ປະຕິບັດຕາມການແຈ້ງການນີ້ ຖ້າເຈົ້າໜ້າທີ່ກວດພົບເຫັນແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply