ພະຍາດ ໂປລີໂອ ແມ່ນພະຍາດໜຶ່ງທີ່ສົ່ງຜົນກະທົບຕໍ່ເດັກນ້ອຍ

ພະຍາດ ໂປລີໂອ ແມ່ນພະຍາດໜຶ່ງທີ່ສົ່ງຜົນກະທົບຕໍ່ເດັກນ້ອຍ

ສປປ ລາວ ໄດ້ຮັບການລາຍງານ ກໍລະນີທີ່ພົບເຊື້ອພະຍາດໂປລີໂອ ແລະ ພະຍາດໝາກແດງ ທີ່ຖືກຢັ້ງຢືນຈາກຫ້ອງວິເຄາະປະເທດຍີ່ປຸ່ນ ແລະ ສູນວິເຄາະລະບາດວິທະຍາຂອງລາວໃນປີ 2025 ແລະ ໄດ້ຖືກປະກາດ ເປັນປະເທດທີ່ມີການລະບາດຂອງພະຍາດໂປລີໂອ ແລະ ການລະບາດພະຍາດທີ່ກັນໄດ້ດ້ວຍວັກຊິນ ຊຶ່ງໄດ້ເກີດຂຶ້ນໃນຫຼາຍແຂວງ, ຫຼາຍເມືອງ ໂດຍສະເພາະແມ່ນບ້ານຂອງເມືອງທີ່ຕິດຊາຍແດນ, ຈຳນວນບ້ານດັ່ງກ່າວແມ່ນມີອັດຕາການປົກຄຸມຂອງເດັກທີ່ໄດ້ຮັບວັກຊິນກັນພະຍາດຍັງຕໍ່າ ແລະ ຕ່ຳ ຕິດຕໍ່ກັນຫຼາຍປີ, ຈຳນວນເດັກທີ່ບໍ່ໄດ້ຮັບວັກຊິນແມ່ນຖືກສະສົມ, ເພີ່ມຂຶ້ນໃນແຕ່ລະປີເຊັ່ນ: ໃນເຂດຕົວເມືອງທີ່ມີປະຊາກອນຫຼາຍ, ເຂດປະຊາກອນທີ່ມີເດັກນ້ອຍ ແລະ ເຂດເຂົ້າເຖິງຍາກ ຊຶ່ງເປັນສິ່ງທ້າທາຍອັນໃຫຍ່ຫຼວງ ແລະ ສົ່ງຜົນກະທົບ ເຮັດໃຫ້ເກີດມີການລະບາດຂອງພະຍາດໂປລີໂອ ແລະ ພະຍາດໝາກແດງ ຫຼື ພະຍາດທີ່ສາມາດກັນໄດ້ດ້ວຍວັກຊິນ ເພື່ອເປັນການຍົກລະດັບອັດຕາການໃຫ້ວັກຊິນກັນພະຍາດໂປລີໂອ, ພະຍາດໝາກແດງໃຫຍ່-ໝາກແດງນ້ອຍໃຫ້ສູງຂຶ້ນໃນແຕ່ລະເຂດບ້ານ ແລະ ເພື່ອຫຼຸດຜ່ອນການພາດໂອກາດເດັກນ້ອຍທີ່ບໍ່ໄດ້ຮັບວັກຊິນກັນພະຍາດໃນຮອບປົກກະຕິທີ່ຜ່ານມາ.

ຍ້ອນເປັນແນວນັ້ນພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ມີຄວາມພະຍາຍາມເອົາໃຈໃສ່ສົ່ງເສີມ ແລະ ເອົາໃຈໃສ່ໃນການຮັກສາສຸຂະພາບໃຫ້ເດັກນ້ອຍທີ່ເກີດມາທຸກຄົນ, ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງການບໍລິການຂັ້ນພື້ນຖານ ການຮັກສາສຸຂະພາບທີ່ຈຳເປັນ ແລະ ຖືກຕ້ອງ ໂດຍໄດ້ມີຂະບວນການເປີດສັກ ວັກຊິນ ປ້ອງກັນພະຍາດ ໂປລີໂອ ໃນແຕ່ລະປີ.

ສະເພາະປີນີ້, ໄດ້ມີພິທີເປີດຂະບວນການຢອດວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ ໃນ ສປປ ລາວ ໃນມື້ວານນີ້ ທີ່ໂຮງໝໍເສດຖາ ທິຣາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ບິລາລ ອູແຣງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທີ່ມາຂ່າວ: ປະຊາຊົນ

Related Articles

Leave a Reply