ໃນໄລຍະ 1 ປີ ຜ່ານມາ ສະຫະພັນແມ່ຍິງລາວມີຫຼາຍວຽກງານພົ້ນເດັ່ນ ໂດຍສະເພາະວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ ກໍໄດ້ຮັບການເອົາໃຈໃສ່ຢ່າງຕໍ່ເນື່ອງ.
ສະຫະພັນແມ່ຍິງລາວໃນຖານະເປັນອົງການຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດໜ້າທີ່ຂອງຕົນໃນການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍລາວບັນດາເຜົ່າດ້ວຍຫຼາຍຮູບແບບ. ໃນປີ 2025 ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ບໍລິການໃຫ້ຄໍາປຶກສາໂດຍບໍ່ເສຍຄ່າ (ແບບເຊິ່ງໜ້າ ແລະ ໂທລະສັບສາຍດ່ວນ 1362) ໃນປີ 2025 ໃຫ້ການປຶກສາທັງໝົດ 555 ຄັ້ງ, ໃນນີ້ໃຫ້ຄໍາປຶກສາເຊິ່ງໜ້າ 42 ຄັ້ງ, ໃຫ້ຄຳປຶກສາທາງໂທລະສັບ 316 ຄັ້ງ ແລະ ໃຫ້ຄໍາປຶກສາທາງໂທລະສັບສາຍດ່ວນ 197 ຄັ້ງ; ຮັບຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ຄວາມຮຸນແຮງໃນຄອບຄົວ, ອຸ້ມບຸນ ແລະ ກຸ່ມສ່ຽງ ເຂົ້າມາບຳບັດຟື້ນຟູຢູ່ສູນ 198 ຄົນ ຍິງ 160 ຄົນ ຊາຍ 38 ຄົນ, ອາຍຸຕໍ່າກວ່າ 18 ປີ 122 ຄົນ (ຍິງ 110 ຄົນ ຊາຍ 12 ຄົນ); ນໍາສົ່ງຜູ້ຖືກເຄາະຮ້າຍກັບຄືນສູ່ຄອບຄົວ ແລະ ສັງຄົມ 167 ຄົນ ຍິງ 142 ຄົນ; ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານທີ່ຮັບຜິດຊອບວຽກງານໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກ ນ້ອຍ ຂັ້ນແຂວງ, ເມືອງ ໃນການກຳນົດຕົວຜູ້ຖືກເຄາະຮ້າຍ, ການປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ວຽກງານຈິດຕະສັງຄົມ ເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ເຄື່ອນໄຫວໃຫ້ຄວາມຮູ້ແກ່ກຸ່ມນັກຮຽນ, ນັກສຶກສາ, ສະຫະພັນແມ່ຍິງກະຊວງ, ອົງການອ້ອມຂ້າງສູນກາງ, ນະຄອນຫຼວງ ແລະ ບັນດາແຂວງ ເພື່ອເຮັດໃຫ້ແມ່ຍິງ ແລະ ເດັກນ້ອຍມີຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ຜົນຮ້າຍ/ຜົນກະທົບຂອງການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຮູ້ວິທີການປ້ອງກັນຕົນເອງ/ຄອບຄົວ.
ຄຽງຄູ່ກັນນັ້ນ, ວຽກງານສົ່ງເສີມຄວາມກ້າວໜ້າ ແລະ ຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ຜັນຂະຫຍາຍ 3 ແຜນດໍາເນີນງານຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ (ຄຊກມດ) ຕິດພັນກັບແຜນພັດທະນາແມ່ຍິງ ໃນການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ຖະແຫຼງການຂອງພາກພື້ນ ແລະ ສາກົນ ເພື່ອຮັບປະກັນຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງແມ່ຍິງໃນທຸກດ້ານ; ປະຕິບັດວຽກງານການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ການສົ່ງເສີມ, ການພັດທະນາ, ປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກ, ເຜີຍແຜ່ນະໂຍບາຍການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ດ້ວຍການຍົກສູງບົດບາດຂອງແມ່ຍິງ; ສະຫຼຸບການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV, ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງ ທີ II ໄລຍະ (2021-2025) ແລະ ຮ່າງ 3 ແຜນດຳເນີນງານແຫ່ງຊາດດັ່ງກ່າວ ໄລຍະ (2026-2030); ຈັດຂະບວນການສະ ເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ ປະຈຳປີ 2025 ພາຍໃຕ້ຫົວຂໍ້: “ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ ໃຫ້ມີສິດທິເທົ່າທຽມກັນ ແລະ ອະນາຄົດທີ່ປອດໄພ”; ສ້າງຂະບວນການລະນຶກວັນສາກົນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ປະຈຳປີ 2025 ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດຕິຄວາມຮຸນແຮງຜ່ານທາງດີຈີຕອນຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ”; ເຜີຍແຜ່ລະດັບຊາດຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸນແຮງຜ່ານອອນລາຍຕໍ່ແມ່ ຍິງ ແລະ ເດັກ ເນື່ອງໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025.
ຂໍ້ມູນ: ສູນກາງສະຫະພັນແມ່ຍິງລາວ

