Vientiane Times Lao
ຫີນອ່ອນມາໂບຈະກາຍເປັນສິນຄ້າ​ໃໝ່​ທີ່ສົ່ງ ອອກຂອງແຂວງຫຼວງພະບາງ

ຫີນອ່ອນມາໂບຈະກາຍເປັນສິນຄ້າ​ໃໝ່​ທີ່ສົ່ງ ອອກຂອງແຂວງຫຼວງພະບາງ

ບໍລິສັດ ລາວ​ໄອ​ເອັດ​ຊີມາຍ​ນິງ​ ຈຳກັດ ​ຜູ້​ດຽວ ໄດ້ຮັບອະນຸຍາດຈາກອໍານາດການປົກຄອງແຂວງຫຼວງພະບາງ ໃນການສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນມາໂບ ຢູ່ບ້ານແດນສະຫວ່າງ ທີ່ນະຄອນ ຫຼວງ​ພະ​ບາງ ແຂວງຫຼວງພະບາງ ໃນເນື້ອທີ່​ຂຸດ​ຄົ້ນ​ທັງ​ໝົດ 4 ເຮັກ​ຕາ ໂດຍຈະລົງທຶນທັງໝົດ 4 ລ້ານໂດລາ ຊຶ່ງມີໄລຍະສໍາປະທານ 5 ປີ ນັບແຕ່ເດືອນກັນຍາ 2020 ເປັນຕົ້ນໄປ ແລະ ຫິນອ່ອນນີ້ຈະກາຍເປັນສິນຄ້າ​ໃໝ່ ເພື່ອສົ່ງອອກ​ຢູ່ແຂວງຫຼວງພະບາງໃນອະນາຄົດ.

ພິທີເຊັນສັນຍາການສຳປະທານດັ່ງກ່າວໄດ້​ຈັດ​ຂຶ້ນ​ເມື່ອບໍ່ດົນມານີ້ ທີ່​ພະ​ແນກແຜນການ ແລະ ການ​ລົງທຶນ​ແຂວງ ຫຼວງພະບາງ ເຊັນໂດຍ ຫົວໜ້າ​ພະ​ແນ​ກ​ແຜນການ ແລະ ການ​ລົງທຶນ​ແຂວງຫຼວງພະບາງ ທ່ານ ນາງ ສີ​ລີ​ພອນ ສຸພັນ​ທອງ ແລະ ປະທານ​ບໍລິສັດລາວ​ໄອ​ເອັດ​ຊີມາຍ​ນິງ​ ຈຳກັດ​ຜູ້​ດຽວ ທ່ານ ປີ​ຊາ​ໄຊ ແກ້ວ​ໄຊ​ຍະ​ຈັກ ໂດຍເຂົ້າຮ່ວມເປັນສັກຂີພິຍານຂອງເຈົ້າແຂວງຫຼວງພະບາງ ​ທ່ານ ຄຳ​ຂັນ ຈັນທະ​ວີ​ສຸກ.

ເຈົ້າແຂວງຫຼວງພະບາງ ​ທ່ານ ຄຳ​ຂັນ ຈັນທະ​ວີ​ສຸກ ໄດ້ກ່າວໃນພິທີດັ່ງກ່າວວ່າ: ການ​ສຳ​ປະທານ​ໂຄງການ​ຂຸດ​ຄົ້ນ ແລະ ​ປຸງ​ແຕ່ງ​ຫີນ​ອ່ອນ ດັ່ງກ່າວນີ້ເປັນ​ໂຄງການ​ລິ​ເລີ່ມ​ໃນ​ການ​ພັດທະນາ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ມີ​ຢູູ່​ໃນທ້ອງຖິ່ນ​ໃຫ້​ເປັນ​ສິນ​ຄ້າ​ສົ່ງ​ອອກ ທີ່​ໄດ້​ມາດຕະຖານ​ສາກົນ ແລະ​ ກາຍເປັນ​ຜະລິດ​ຕະ​ພັນ ທີີ່​ຈະ​ເປັນ​ສິນຄ້າ​ໃໝ່​ຂອງ​ປະເທດ​ລາວ ກໍຄື​ຂອງ​ແຂວງ​ຫຼວງ​ພະ​ບາງ​ໃນ​ອະ​ນາ​ຄົດ.

ຂ່າວ: ວຽງຈັນທາຍ

ຂໍ້ມູນ-ພາບ: ອາ​ພຸດ​ເດດ ບຸບຜາ

Related Articles

Leave a Reply