ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ອັດລົງເມື່ອວັນທີ 26 ມີນາ 2021 ທີ່ຜ່ານມາ ທີ່ຫໍສະພາແຫ່ງຊາດ ໂດຍເປັນປະທານ ແລະ ກ່າວປິດໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພາຍຫຼັງທີ່ດໍາເນີນມາແຕ່ວັນທີ 22 ມີນາ 2021 ທີ່ຜ່ານມາ.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວປິດກອງປະຊຸມດັ່ງກ່າວ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ໃນໄລຍະ 5 ວັນຂອງກອງກອງປະຊຸມດັ່ງກ່າວໄດ້ມີການເລືອກຕັ້ງ ແລະ ຮັບຮອງເອົາຕໍາແໜ່ງສໍາຄັນຕ່າງໆຂອງຄະນະລັດຖະບານຊຸດໃໝ່ເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ແລະ ປະທານອົງການກວດກາແຫ່ງລັດ ນອກນັ້ນບັນດາສະມາຊິກສະພາຍັງໄດ້ຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ໂຄງປະກອບກົງຈັກຂອງລັດຖະບານ.
ທ່ານ ໄຊສົມພອນ ໄດ້ກ່າວຕື່ມວ່າ: ນອກນັ້ນສະມາຊິກສະພາຍັງໄດ້ຄົ້ນຄວ້າ, ພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ IX (2021-2025) ແລະ ໄດ້ສະເໜີໃຫ້ລັດຖະບານ ເພີ່ມທະວີການຊີ້ນໍາການຈັດຕັ້ງປະຕິບັດທິດທາງ, ແຜນງານ, ໂຄງການ ທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 5 ປີ (2021-2025) ແລະ ໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງທິດທາງແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ (2021-2025) ຂອງ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ແລະ ອື່ນໆ.

