ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນວັນທີ 22 ມີນາ 2021 ນີ້

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນວັນທີ 22 ມີນາ 2021 ນີ້

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນວັນທີ 22 ມີນາ ທີ່ຈະມາເຖິງນີ້ພາຍຫຼັງທີ່ສໍາເລັດການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ IX ເມື່ອວັນທີ 21 ກຸມພາ 2021 ທີ່ຜ່ານມາ ໂດຍມີຜູ້ສະໝັກທັງໝົດ 224 ທ່ານ ເລືອກເອົາ 164 ທ່ານມາເຮັດວຽກຢູ່ສະພາແຫ່ງຊາດເພື່ອເປັນ ຜູ້ປະສານງານກັບລັດຖະບານກຽ່ວກັບວຽກງານຕ່າງໆ.
ສະເພາະກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ແມ່ນຈະໄດ້ຈັດຢູ່ຫໍສະພາແຫ່ງຊາດລາວ ຫຼັງໃໝ່ (ຂ້າງເດີ່ນພະທາດຫຼວງ) ຊຶ່ງຮອດປັດຈຸບັນຖືວ່າການກໍ່ສ້າງສໍາເລັດແລ້ວເກືອບ 100% ຊຶ່ງໜ້າວຽກປັດຈຸບັນນີ້ແມ່ນເລັ່ງການຕົບແຕ່ງອາຄານ, ຫ້ອງປະຊຸມໃຫຍ່, ຫ້ອງຮັບແຂກ ແລະ ສະຖານທີ່ສໍາຄັນຕ່າງໆ ໃຫ້ສໍາເລັດກ່ອນຈະເປີດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX. 

ຂ່າວ: ວຽງຈັນທາຍ

Related Articles

Leave a Reply