ກອງປະຊຸມປະຈໍາເດືອນເມສາ 2021ຂອງລັດຖະບານ ໄດ້ຄົ້ນຄວ້າ ແລະ ຮັບຮອງ 7 ປະເດັນທີ່ສໍາຄັນ

ກອງປະຊຸມປະຈໍາເດືອນເມສາ 2021ຂອງລັດຖະບານ ໄດ້ຄົ້ນຄວ້າ ແລະ ຮັບຮອງ 7 ປະເດັນທີ່ສໍາຄັນ

ສະມາຊິກລັດຖະບານໄດ້ຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນ ລວມມີ 7 ປະເດັນທີ່ສໍາຄັນ ທີ່ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021ທີ່ໄດ້ດຳເນີນເປັນເວລາ 2 ວັນ ນັບແຕ່ວັນທີ 22 ຫາ 23 ເມສາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
 7 ປະເດັນທີ່ສໍາຄັນດັ່ງກ່າວ ປະກອບມີບົດລາຍງານ ຮອບດ້ານ ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ປະຈໍາເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ເດືອນພຶດສະພາ 2021, ຮ່າງເອກະສານ ການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດພັດທະນາເສດຖະກິດດິຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດ ຖະກິດດິຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025), ຮ່າງເອກະສານການເພີີ່ມທະວີ ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ ແລະ ສາມາດຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາໃນໄລຍະໃໝ່, ຮ່າງຍຸດທະສາດ ການພັດທະນາລະບົບສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ 05 ປີ (2021-2025) ແລະ ວິໄສທັດຮອດປີ 2030 ສະບັບປັບປຸງ, ຮ່າງດໍາລັດ ວ່າດ້ວຍບໍລິຫານລັດ (ສະບັບສ້າງໃໝ່); ຮ່າງດໍາລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານລະດັບສູງ (ສະບັບປັບປຸງ); ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ເພືີ່ອຄົ້ນ ຄວ້າລະບຽບຄຸ້ມຄອງບໍລິຫານຂອງລັດ (ສະບັບປັບປຸງ); ແຜນຈັດຊື້ພາຫະນະໃໝ່ ປີ 2021, ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ການຫັນກຸ້ມຕົນເອງທາງດ້ານງົບປະມານ ຂອງຫົວໜ່ວຍງົບປະມານປະຈໍາປີ 2021 ແລະ ບົດລາຍງານກ່ຽວກັບການອອກແບບເຄືີ່ອງນຸ່ງປະຈໍາຊາດ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ

Related Articles

Leave a Reply