ກະຊວງໂຍທາທິການ ແລະ ຂົນ ສົ່ງ (ຍທຂ) ຈະສຸມໃສ່ 2 ວຽກຈຸດສຸມໃຫຍ່ ຄືພັດທະນາເສັ້ນ ທາງຍຸດທະສາດ ແລະ ບັນດາເສັ້ນທາງສາຍຫຼັກ ແລະ ຂະຫຍາຍ ແລະ ພັດທະ ນາລະບົບສະໜອງນໍ້າປະປາໃຫ້ແກ່ຊຸມຊົນ ຈຸດປະສົງເພື່ອຮັບປະກັນວຽກຈຸດສຸມຂອງການປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ການກໍ່ສ້າງພື້ນຖານໂຄງລ່າງ ໃຫ້ບັນລຸຕາມຄາດໝາຍ.
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ການກໍ່ສ້າງ-ສ້ອມແປງຖະໜົນຫົນທາງ ແລະ ການພັດທະນາລະບົບສະໜອງນ້ຳປະປາ ໃຫ້ແກ່ຊຸມຊົນ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ທີ່ຜ່ານມານີ້ວ່າ: ເພື່ອຮັບ ປະກັນການກໍ່ສ້າງ, ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງທ້ອງຖິ່ນ, ເສັ້ນທາງເຊື່ອມຕໍ່ ລະຫວ່າງແຂວງ, ເມືອງ, ຕາແສງ ແລະ ບ້ານ ເຮັດໃຫ້ການຂົນສົ່ງສິນ ຄ້າ, ການທ່ອງທ່ຽວ ແລະ ການສັນຈອນຂອງປະຊາຊົນ ມີຄວາມສະດວກໂລ່ງລ່ຽນ ແລະ ຫຼຸດຜ່ອນອຸບັດເຫດ, ກະ ຊວງໂຍທາທິການ ແລະ ຂົນສົ່ງ ໄດ້ວາງກົນໄກໃນການຈັດ ຕັ້ງປະຕິບັດ ໂດຍຈະສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການທີ່ມີທຶນແລ້ວ ແລະ ບັນດາໂຄງການທີ່ໄດ້ເຊັນສັນຍາກັບ ລັດຖະບານແລ້ວ ໂດຍສະເພາະ ກອງທຶນທາງທີ່ກໍາລັງຈັດຕັ້ງປະຕິບັດ ຢູ່ໃນຂອບເຂດທົ່ວປະເທດ.
ຄົ້ນຄວ້າສ້າງແຜນຟື້ນຟູ ແລະ ກໍ່ສ້າງໃໝ່ ໂດຍນຳໃຊ້ແຫຼ່ງທຶນຕ່າງໆ ເປັນຕົ້ນ ບ້ວງກອງທຶນທາງ ໃຫ້ໄດ້ 2.000-2.500 ຕື້ຕໍ່ປີ, ການລົງທຶນບ້ວງປົກກະຕິຂອງລັດ, ທຶນ ODA, ທຶນລັດ ແລະ ເອກະຊົນ ຕາມມະຕິ 165/ສພຊ ກໍຄື ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່, ທຶນໃນຮູບແບບ BOT ຫຼື PPP, ທຶນເກີນແຜນຂອງອົງການປົກຄອງທ້ອງຖິ່ນ, ການປະກອບສ່ວນຂອງພາກທຸລະກິດ ແລະ ສັງ ຄົມ.
ພ້ອມນີ້, ກະຊວງ ຍທຂ ຍັງຈະສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການນໍ້າປະປາ ທີ່ມີທຶນແລ້ວ, ການລົງທຶນປົກ ກະຕິຂອງລັດ ແລະ ລັດວິສາຫະກິດນໍ້າປະປາ, ພ້ອມນັ້ນຍັງຈະເລັ່ງສຸມໃສ່ແກ້ໄຂບັນຫານໍ້າສູນເສຍບໍ່ເປັນເສດຖະ ກິດ ໃຫ້ຫຼຸດໜ້ອຍຖອຍລົງ, ຄົ້ນຄວ້າສ້າງແຜນລົງທຶນພັດທະ ນາລະບົບນໍ້າປະປາໃໝ່ຢູ່ບັນດາເມືອງ ແລະ ຕາແສງ, ວາງແຜນຜັງເມືອງ, ມາດຕະການບັງຄັບໃຊ້ກົດໝາຍຜັງເມືອງ ແລະ ຍົກຄຸນນະພາບໃນການບໍລິຫານ ແລະ ຄຸ້ມ ຄອງຕົວເມືອງ (ການແກ້ໄຂບັນຫາຂີ້ເຫຍື້ອ, ນໍ້າຖ້ວມຂັງ).
ສຳລັບມາດຕະການຈັດຕັ້ງປະຕິບັດ ກະຊວງ ຍທຂ ຈະສົມທົບກັບກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ແລະ ສະເໜີລັດຖະບານ ອອກເປັນມະຕິຮັບຮອງ; ຈະສົມທົບກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາເສັ້ນ ທາງເຂົ້າສູ່ເຂດການຜະລິດ ໃນຂອບເຂດທົ່ວປະເທດ ແລະ ສະເໜີລັດຖະບານ ອອກເປັນມະຕິຮັບຮອງ.
ສ່ວນການຂະຫຍາຍລະບົບນໍ້າປະປາ ແລະ ການພັດ ທະນາຕົວເມືອງ, ກະຊວງ ຍທຂ ຈະສົມ ທົບກັບອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາລະບົບນໍ້າປະປາຊຸມຊົນ ຢູ່ບັນດາຕົວເມືອງ, ຕາແສງ ແລະ ເຂດຈຸດສຸມການພັດທະນາ ໂດຍຈະລະດົມຂໍທຶນ ODA ຈາກບັນດາຄູ່ຮ່ວມພັດທະນາ ເປັນຕົ້ນ ທະນາຄານໂລກ, ADB, AIIB ແລະ ຄູ່ຮ່ວມພັດທະນາອື່ນໆ ລວມທັງທຶນຂອງລັດຖະບານ.
ແຫຼ່ງຂໍ້ມູນຂ່າວ: ປະຊາຊົນ

