ກະຊວງ ຖວທ ໂຈະການໃຫ້ທຶນກ່ຽວກັບການຈັດ ຝຶກອົບຮົມ-ສໍາມະນາ ຈາກ ສປ ຈີນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19

ກະຊວງ ຖວທ ໂຈະການໃຫ້ທຶນກ່ຽວກັບການຈັດ ຝຶກອົບຮົມ-ສໍາມະນາ ຈາກ ສປ ຈີນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19

ຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໂຈະການໃຫ້ທຶນການຈັດຝຶກອົບຮົມ ແລະ ສໍາມະນາ ຈາກ ສປ ຈີນ ໃນປີ 2020 ນີ້ ເນື່ອງຈາກວ່າມີການລະບາດຂອງພະຍາດໂຄວິດ-19 ໂດຍໄດ້ສົ່ງຜົນກະທົບໂດຍກົງຕໍ່ການໄປມາຫາສູ່ກັນ ລະຫວ່າງປະເທດ.
ສະເພາະໃນປີ 2021, ຄະນະກໍາມາທິການ ຮ່ວມມືລາວ-ຈີນຈະສືບຕໍ່ຍາດແຍ່ງທຶນຝຶກອົບຮົມ-ສໍາມະນາ ເພື່ອສ້າງໂອກາດ ແລະ ເງື່ອນໄຂໃຫ້ພະນັກງານ-ລັດຖະກອນລາວໄດ້ສືບຕໍ່ຖອດຖອນບົດຮຽນ ລະຫວ່າງລາວ-ຈີນ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ-ລັດຖະກອນລາວ, ຖ້າມີຄວາມຄືບໜ້າກ່ຽວກັບທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວຮ່ວມມືລາວ-ຈີນ ຈະແຈ້ງໃຫ້ຊາບຕື່ມ.
ຫ້ອງການ ຖວທ ໄດ້ອອກແຈ້ງການກ່ຽວກັບການໂຈະທຶນດັ່ງກ່າວ ເຖິງຫົວໜ້າກົມ, ກອງ, ສະຖາບັນ ອ້ອມຂ້າງກະຊວງ ຖວທ, ພະແນກ ຖວທ ແຂວງ ແລະ  ນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້.

ຂໍ້ມູນ: ຖວທ

ພາບປະກອບ

Related Articles

Leave a Reply