ການກໍ່ສ້າງ​ສະ​ຖາ​ນີ​ລົດ​ໄຟວຽງໃຕ້ຢູ່ເຂດທ່ານາແລ້ງມີຄວາມຄືບໜ້າຫຼາຍ

ການກໍ່ສ້າງ​ສະ​ຖາ​ນີ​ລົດ​ໄຟວຽງໃຕ້ຢູ່ເຂດທ່ານາແລ້ງມີຄວາມຄືບໜ້າຫຼາຍ

ການກໍ່​ສ້າງ​ສະ​ຖານີ​ລົດ​ໄຟ​ ວຽງ​ຈັນໃຕ້ ຢູ່​ເຂດ​ທ່າ​ນາ​ແລ້ງ ເມືອງຫາດຊາຍຟອງນະຄອນຫຼວງວຽງ​ຈັນ ມີ​ຄວາມ​ຄືບ​ໜ້າ​ຫຼາຍ ເຖິງວ່າ​ ຈະ​ມີ​ການ​ອອກ​ແບບ ແລະ ສຳຫຼວດ​ຄືນ​ໃໝ່ ຫຼັງ​ຈາກ​ທີ່​ລັດ​ຖະ​ບານ ຮຽກ​ຮ້ອງ​ໃຫ້​ມີ ​ການ ​ຍົກ​ຍ້າຍ​ແຜນ​ການກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວ​ຢູ່ ​ເຂດ​ບ້ານໂຊກ ຖະ​ໜົນ 450 ປີ ໃກ້ກັບ ເຂດເສດຖະກິດກວມລວມໄຊເຊດຖາ.
ສະ​ຖາ​ນີ​ລົດໄຟວຽງ​ຈັນ​​ໃຕ້ ​ແມ່ນ​ນອນ​ຢູ່​ໃນ​ໂຄງ​ການ ທາງ​ລົດ​ໄ​ຟ​ລາວ​-ຈີນ ຈາກ​ບໍ່​ເຕັນ ແຂວງ ຫຼວງ​ນ້ຳ​ທາ ຫາ ນະ​ຄອນ​ຫຼວ​​ງວຽງ​ຈັນ. ໂຄງ​ການ​ນີີ້​ເປັນ​ສັນ​ຍາ​ລັກ​ອັນ​ສຳ​ຄັນ​ ທີ່​ເປັນ​ປະ​ຫວັດ​ສາດ​ການ​ຮ່ວມ ​ມື​ລະ​ຫວ່າງ ສອງ​ປະ​ ເທດລາວ-ຈີນ.
ທ່ານ ຊ່ຽວ ຊຽນເຫວີນ ຜູ້ອຳ​ນວຍ​ການ ບໍ​ລິ​ສັດ ​ທາງ​ລົດ​ໄລາວ-ຈີນ ຈຳ​ກັດ ໄດ້​ລາຍ​ງານຕໍ່​ທີມງານຂ່າວໜັງ​ສື​ພິມ​ວຽງ​ຈັນ​ທາຍ ເມື່ອ​ບໍ່ດົນມາ​ນີ້​ວ່າ: ​ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ຕາມ​ການ​ແນະ​ນຳ​ຂອງ​ລັດ​ຖະ​ບານ​ ໃຫ້​ຍົກຍ້າຍ​ແຜນ​ການກໍ່​ສ້າງ​ ສະ​ຖາ​ນີ​ລົດ​ໄຟ ​ວຽງ​ຈັນ​ໃຕ້ ຈາ​ກເຂດ​ຖະ​ໜົນ 450 ປີ ໄປກໍ່​ສ້າງ​ຢູ່​ເຂດ ທ່າ​ນາ​ແລ້ງ ເພາະວ່າ ເຂດ​ນັ້ນ​ມີ​ດິນ​ຂອງ​ລັດ. ບໍ​ລິ​ສັດ​ພວກ​ຂ້າ​ພະ​ເຈົ້າ ​ກໍ່​ໄດ້​ດຳ​ເນີນ​ການ​ສຳຫຼວດ ອອກ​ແບບ​ຄືນ​ໃໝ່​ທັງ​ໝົດ ແລະ ການກໍ່​ສ້າງ ໄດ້​ເລີ່ມ​​ລົງ​ມື​ໃນ​ປີ​ 2020 ເຖິງ​ວ່າ ການກໍ່​ສ້າງ​ຫາກໍ່​ລິ​ເລີ່ມ ແຕ່​ມີ​ຄວາມ​ວ່ອງ​ໄວ ແລະ ​ມີ​ຄວາມຄືບ​ໜ້າ​ໄວຫຼາຍ.
ທ່ານ ຊ່ຽວ ຊຽນເຫວີນ ກ່າວ​ຕື່ມ​ວ່າ: ​ລັດຖະ​ບານ ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ ແລະ ອຳ​ນວຍ​ຄວາມ​ສະ​ດວກ ໃນ​ການ ກໍ່​ສ້າງ​  ສະ​ຖາ​ນີ​ລົດ​ໄຟ ວຽງ​ຈັນ​ໃຕ້ ແຕ່​ຍັງ​ມີ​ບາງ​ສິ່ງ​ບາງຢ່າງຍັງ​ຫຍຸ້ງ​ຍາກທີ່​ຈະ​ຕ້ອງ​ໄດ້​ເລັ່ງ​ແກ້​ໄຂ ເພື່ອບໍ່​ໃຫ້​ມີ​ຜົນ​ກ​ະ​ທົບ ​ຕໍ່​ແຜນ​ເປີດ​ການແລ່ນ​ລົດ​ໄຟ​ ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 2 ທັນ​ວາ ປີ 2021.
ການ​ຍົກ​ຍ້າຍ​ໂຄງ​ການ ​ກໍ່ສ້າງສະ​ຖາ​ນີ​ລົດໄຟ ວຽງ​ຈັນ​ໃຕ້ ​ໄປເຂດ​ທ່າ​ນາ​ແລ້ງ ເຮັດ​ໃຫ້​ໄລ​ຍະ​ທາງ​ລົດ​ໄຟ ​ທັງ​ໝົດ ແຕ່ບໍ່​ເຕັນ ຫາ ນະ​ຄອນຫຼວງວຽງ​ຈັນ ​​ເພີ່ມ​ຂຶ້ນ.  ຄວາມຍາວຂອງທາງລົດໄຟ 409 ກມ ແມ່ນຄວາມຍາວເສັ້ນທາງລົດໄຟຈາກ ບໍ່ເຕັນ-ສະຖານີນະຄອນຫຼວງວຽງຈັນ (ສະຖານີໂດຍສານ), ສ່ວນ 414 ກິໂລແມັດແມ່ນຄວາມຍາວເສັ້ນທາງລົດໄຟຈາກບໍ່ເຕັນ-ສະຖານີວຽງຈັນໃຕ້ໃນການອອກແບບເບື້ອງຕົ້ນ (ເຊິ່ງຕາມເດີມກໍໄດ້ມີແຜນຈະສ້າງຢູ່ແລ້ວ), ຕໍ່ມາໄດ້ມີການຍ້າຍສະຖານີວຽງຈັນໃຕ້ໄປຢູ່ ເຂດທ່ານາແລ້ງ ຈຶ່ງເຮັດໃຫ້ຄວາມຍາວເສັ້ນທາງລົດໄຟທັງໝົດແມ່ນ 422,4 ກິໂລແມັດ. ຄວາມ​ຍາວ​ດັ່ງ​ກ່າວ​ ຍັງ​ບໍ່​ໄດ້​ລວມ ​ກັບ​ທາງ​ລົດ​ໄຟ​ຍ່ອຍ ທີ່ເປັນລາງສໍາລັບບ່ອນສັບປ່ຽນລົດ ແລະ ປ່ຽນເຄື່ອງຂອງຕ່າງໆ. ອີງ​ຕາມ​ການ​ລາຍ​ງານ ຂອງ ທ່ານ​ ຜູ້ອຳ​ນວຍ​ ການ​ບໍ​ລິສັດ ທາງ​ລົດ​ໄຟ ລາວ-ຈີນ​ ຈຳ​ກັດ.
ວຽກງານວາງລາງຂອງໂຄງການລົດໄຟລາວ-ຈີນ ຈາກ ບໍ່ເຕັນ-ສະຖານີນະຄອນຫຼວງວຽງຈັນ ແມ່ນຈະໃຫ້ສຳເລັດທັງໝົດ ພາຍໃນທ້າຍ ເດືອນພຶດສະພາ ເຖິງ ເດືອນມີຖຸນາ ຄາດວ່າ ຈະເລີ່ມຕົ້ນກວດຄຸນນະພາບຂອງໂຄງການ ແຕ່ເດືອນ ມີຖຸນາ-ກັນຍາ ແລະ ທົດລອງແລ່ນລົດ ແຕ່ເດືອນ ກັນຍາ ຫາ ເດືອນ ຕຸລາ, ສຳລັບການກໍ່ສ້າງໄລຍະທາງສະຖານີວຽງຈັນໃຕ້ຫາສະຖານີວຽງຈັນແມ່ນຈະພະຍາຍາມໃຫ້ສາມາດທົດລອງແລ່ນລົດພ້ອມກັບໄລຍະທາງແຕ່ບໍ່ເຕັນ-ສະຖານີນະຄອນຫຼວງວຽງຈັນ.
ບໍ​ລິ​ສັດ​ ຈະ​ຍື່ນ​ເອ​ກະ​ສານ​ ລາຍ​ງານກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ໂຄງ​ການໃຫ້​ລັດ​ຖະ​ບານ ຢ່າງ​ຊ້າ​ສຸດ​ບໍ່​ໃຫ້​ກາຍ​ວັນ​ທີ 2 ເດືອນ​ພະ​ຈິກ ເພື່ອ​ຮັບ​ຮອງ ແລະ ເປີດ​ພິ​ທີ​ນຳ​ໃຊ້​ ບໍ​ລິການ​ທາງ​ລົດ​ໄຟ ຢ່າງ​ເປັນ​ທາງ​ການ ໃນ ວັນ​ທີ 2 ​​ທັນ​ວາ 2021.
ນອກ​ຈາກ​ຮັບ​ຜິດ​ຊອ​ບວຽກ​ງານ​ການກໍ່​ສ້າງແລ້ວ ບໍ​ລິ​ສັດ​ກໍ່​ກຳ​ລັງ​ກະ​ກຽ​ມສ້າງ​ລະ​ບຽບ ການ​ຕ່າງໆ ແລະ ກະ​ກຽມ​ພິ​ທີ​ເປີດ​ນຳ​ໃຊ້​ ທາງ​ລົດ​ໄຟຢ່າງເປັນທາງການຕື່ມ​ອີກ.

ຂ່າວ-ພາບ: ມະ​ນີ​ຈັນ ປານ​ສີ​ວົງ​ໄຊ

Related Articles

Leave a Reply