ການປູກພຶດກະສິກໍາຢູ່ ສປປ ລາວ ຍັງນໍາໃຊ້ສານເຄມີຈໍານວນຫຼາຍ ເຖິງແມ່ນວ່າຊາວກະສິກອນຈະຮູ້ວ່າມີຄວາມອັນຕະລາຍກໍ່ຕາມ ໂດຍເຂົາເຈົ້າໃຫ້ເຫດຜົນວ່າການທີ່ຍັງໃຊ້ສານເຄມີນັ້ນກໍຍ້ອນວ່າພຶດຜັກບາງຊະນິດຈໍາເປັນຕ້ອງໄດ້ໃຊ້ເພື່ອປ້ອງກັນສັດຕູພຶດ (ຫຍ້າ, ແມງໄມ້ ແລະ ບົ້ງ) ແລະ ເພື່ອເພີ່ມຄວາມສວຍງາມ ແລະ ເພີ່ມນໍ້າໜັກໃຫ້ແກ່ພຶດກະສິກໍາ.
ທ່ານແສງເດືອນ ວັນແສງຄໍາ ຊາວກະສິກອນ ທີ່ປູກຜັກບົ່ວ ຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນໄດ້ກ່າວຕໍ່ທີມງານວຽງຈັນທາຍມື້ວັນທີ 30 ທັນວາ 2020 ທີ່ຜ່ານມາກ່ຽວກັບຄວາມຈໍາເປັນທີ່ຍັງຕ້ອງນໍາໃຊ້ສານເຄມີເຂົ້າໃນການປູກຜັກບົ່ວວ່າ: ພັກບົ່ວເປັນພຶດທີ່ປູກຍາກ ຖ້າທຽບກັບພຶດຊະນິດອື່ນໆ ແຕ່ລາຄາຈະສູງ, ການປູກພຶດຊະນິດນີ້ຈໍາເປັນຕ້ອງໄດ້ໃຊ້ສານເຄມີເຂົ້າຊ່ວຍເລີ່ມຈາກມື້ເຮັດໜານປູກມາເລີຍເຊັ່ນ: ຫຼັງຈາກເຮັດໜານເພື່ອກຽມປູກຕ້ອງໄດ້ສິດຢາເພື່ອຄວບຄຸມບໍ່ໃຫ້ຫຍ້າເກີດ, ຫຼັງຈາກ 14 ວັນທີ່ປູກຕ້ອງໄດ້ໃສ່ປຸ໋ຍ ແລະ ສິດຢາບໍາລຸງໃຫ້ຮາກຜັກບົ່ວເດີນດີ ຫຼື ເລັ່ງໃຫ້ກິນອາຫານດີ ນອກນັ້ນຍັງມີການສິດສານເຄມີເພື່ອກັນພະຍາດເພ້ຍໄຟ ຫຼື ພະຍາດໃບແຫ້ງ ແລະ ກ່ອນຈະຂາຍຕ້ອງໄດ້ສີດຢາເພື່ອເພີ່ມຄວາມງາມ ແລະ ເພີ່ມມໍ້າໜັກອີກດ້ວຍ.
ທ່ານວັນ ແກ້ວວົງສາ ຊາວກະສິກອນທີ່ປູກໝາກເຜັດກໍ່ໄດ້ກ່າວກັບທີມງານວຽງ ຈັນທາຍກ່ຽວກັບເລື່ອງນີ້ເຊັ່ນກັນວ່າ: ຫຼາຍຄົນເຂົ້າໃຈວ່າໜາກເຜັດນັ້ນຄືຈະບໍ່ມີສັດຕູພຶດຄືກັບພຶດຊະນິດອື່ນໆແຕ່ເຂົາເຈົ້າຄິດຜິດແລ້ວ ເພາະວ່າຕາມປະສົບການທີ່ປູກມາຫຼາຍກວ່າ 20 ປີ ຈົນຮອດປັດຈຸບັນພົບວ່າການປູກໝາກເຜັດຖ້າບໍ່ໃຊ້ສານເຄມີເຂົ້າຊ່ວຍຈະເຮັດໃຫ້ໝາກເຜັດບໍ່ງາມ, ໝາກເຜັດຈະຫຼົ່ນກ່ອນເວລາເກັບກູ້ຍ້ອນຖືກສັດຕູພຶດທໍາລາຍ ນອກນັ້ນຍັງມີບົ້ງເຂົ້າໄປເຈາະໜ່ວຍໝາກເຜັດ ແລະ ອື່ນໆ. ສະເພາະສັດຕູພຶດໃນການປູກໝາກເຜັດມີ ຮາກເໜົ່າ, ໂຕເພ້ຍເຂົ້າດູດກິນອາຫານຕາມໃບເຮັດໃຫ້ຕົ້ນໝາກເຜັດບໍ່ໃຫ່ຍ, ເພ້ຍໄຟເຮັດໃຫ້ໃບແຫ້ງຕາຍ, ໜ່ວຍໜາກເຜັດບວມຫຼົ່ນ, ໜອນເຂົ້າເຈາະໜ່ວຍໜາກເຜັດ ແລະ ອື່ນໆ ດັ່ງໃນນັ້ນຈຶ່ງຈໍາເປັນໃຊ້ສານເຄມີເຂົ້າຊ່ວຍ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ

