ຈະມີຝົນຕົກໜັກ ໃນແຕ່ລະພາກຂອງປະເທດລາວ ໄລຍະວັນທີ 2 ຫາ 5 ກໍລະກົດ 2026

ຈະມີຝົນຕົກໜັກ ໃນແຕ່ລະພາກຂອງປະເທດລາວ ໄລຍະວັນທີ 2 ຫາ 5 ກໍລະກົດ 2026

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຈະມີຝົນຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກຂອງປະເທດລາວ ໃນໄລຍະວັນທີ 2 ຫາ 5 ກໍລະກົດ 2026 ນີ້.

ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຫຼື (ຮ່ອງຝົນ) ຈະສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງຂອງປະເທດລາວ ສົມທົບກັບພາຍຸດີເປຣຊັນ (TD) ທີ່ກໍາລັງກໍ່ໂຕຢູ່ຈຸດສູນກາງຢູ່ເສັ້ນຂະໜານທີ 14.2 ອົງສາເໜືອ ແລະ ເສັ້ນແວງທີ 117.9 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດວ່າໃນຕອນບ່າຍຂອງວັນທີ 2 ກໍລະກົດ 2026 ພາຍຸຫົວນີ້ ຈະມີກຳລັງແຮງເພີ່ມຂຶ້ນກາຍເປັນພາຍຸໝູນເຂດຮ້ອນ ບາວີ (Bavi) ຫົວທີ 09 ປະຈຳປີ 2026 ແລະ ຈະສືບຕໍ່ເຄື່ອນທີ່ໄປທາງເຂດທະເລຈີນໃຕ້ຕອນກາງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງປານກາງພັດປົກຄຸມເປັນສ່ວນໃຫຍ່.

ສະນັ້ນ ເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກປານກາງ ຫາ ຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ.

Related Articles

Leave a Reply