ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ບັນດາບຸກຄົນ ຫຼື ກຸ່ມຄົນທີ່ນໍາເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດໃນ ສປປ ລາວ ໃນໄລຍະບຸນປີໃໝ່ລາວ ພສ 2564 ແລະ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນໃນແຕ່ລະວັນນັບແຕ່ວັນທີ 19 ເມສາ 2021 ເປັນຕົ້ນມາຈົນຮອດປັດຈຸບັນນັ້ນ ພົບວ່າກຸ່ມຄົນດັ່ງກ່າວມີອາຊີບເປັນກໍາມະກອນ, ນັກສຶກສາ, ເຈົ້າໜ້າທີ່ຂອງລັດ, ປະຊາຊົນ ແລະ ເປັນຄົນຕ່າງປະເທດ ທີ່ຢູ່ປະເທດໃກ້ຄຽງ ທີ່ມີຊາຍແດນຕິດກັບປະເທດລາວ ຊຶ່ງບຸກຄົນເຫຼົ່ານີ້ ຈະຖືກດຳເນີນຄະດີ ຕາມລະບຽບກົດໝາຍຂອງ ສປປ ລາວ ວາງອອກຢ່າງເຂັ້ມງວດ.
ທ່ານ ພົນຕີ ຄຳກິ່ງ ຜຸຍຫລ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຂ່າວເມື່ອວັນທີ 5 ພຶດສະພາ 2021 ນີ້ກ່ຽວກັບຜົນຂອງການສືບສວນສອບສວນ ບຸກຄົນ ແລະ ກຸ່ມຄົນດັ່ງກ່າວວ່າ: ບຸກຄົນ ຫຼື ກຸ່ມຄົນ ທີ່ນຳເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດຢູ່ ສປປ ລາວນັ້ນມີທັງຄົນລາວ ແລະ ຄົນຕ່າງປະເທດ ໄດ້ເຄື່ອນໄຫວລະເມີດລະບຽບກົດໝາຍຂອງ ສປປ ລາວ ໂດຍການລັກລອບເຂົ້າ-ອອກ ຕາມຊາຍແດນ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງເຊິ່ງການກະທໍາຂອງພວກກ່ຽວ ເປັນການລະເມີດຕໍ່ກົດໝາຍຂອງ ສປປ ລາວ, ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊິ່ງກຸ່ມເປົ້າໝາຍດັ່ງກ່າວ ຈະຖືກດຳເນີນຄະດີ ຕາມຂະບວນການຍຸຕິທຳ ແລະ ຈະຖືກຕັດສິນລົງໂທດ ຕາມສະຖານຄວາມຜິດໜັກ ຫຼື ເບົາຕາມການກະທໍາຜິດຂອງແຕ່ລະຄົນ.
ທ່ານ ພົນຕີ ຄຳກິ່ງ ແຈ້ງໃຫ້ຮູ້ຕື່ມວ່າ: ສະເພາະຄົນຕ່າງປະເທດກໍຈະຖືກດຳເນີນການຕາມກົນໄກສົ່ງຕົວຜູ້ຮ້າຍຂ້າມແດນ ຕາມສົນທິສັນຍາສອງຝ່າຍຍ້ອນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາ ຍັງມີທ່າອ່ຽງຂະຫຍາຍຕົວຢູ່ ແລະ ກຸ່ມຄົນດັ່ງກ່າວຈຳນວນໜຶ່ງແມ່ນຢູ່ໃນໄລຍະຈຳກັດຕົວ ຢູ່ສູນຈຳກັດບໍລິເວນ ແລະ ຈຳນວນໜຶ່ງ ຢູ່ໃນໄລຍະປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆຈຶ່ງຍັງບໍ່ສາມາດນຳຕົວພວກກ່ຽວມາສືບສວນສອບສວນໄດ້
ເທື່ອ ແລະ ຜູ້ທີ່ປິ່ນປົວຫາຍດີແລ້ວຈຳນວນໜຶ່ງຍັງໄດ້ຕິດຕາມໄປອີກໄລຍະໜຶ່ງຈົນຄົບ 14 ວັນຊຶ່ງພາຍຫຼັງທີ່ພວກກ່ຽວທັງໝົດປິ່ນປົວຫາຍດີແລ້ວຈະມີການດໍາເນີນຄະດີຕາມກົດໝາຍບ້ານເມືອງ ຂອງສປປ ລາວ ຈະບໍ່ມີການລະເວັ້ນຢ່າງເດັດຂາດ ເຖິງກຸ່ມຄົນດັ່ງກ່າວ ຈະເປັນເຈົ້າໜ້າທີ່ຂອງລັດກໍ່ຕາມ.

