ຄະນະແພດໝໍ ຊ່ຽວຊານ ຈາກ ສສ ຫວຽດນາມ ມາ​ຊ່ວຍ​ທີມ​ງານ​ແພດ​ໝໍ ແຂວງ​ຈຳ​ປາ​ສັກ​ກ່ຽວ​ກັບ​ວິ​ທີ​ຕ່າງໆ​ໃນ​ການ​ປິ່ນ​ປົວ ແລະ ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19

ຄະນະແພດໝໍ ຊ່ຽວຊານ ຈາກ ສສ ຫວຽດນາມ ມາ​ຊ່ວຍ​ທີມ​ງານ​ແພດ​ໝໍ ແຂວງ​ຈຳ​ປາ​ສັກ​ກ່ຽວ​ກັບ​ວິ​ທີ​ຕ່າງໆ​ໃນ​ການ​ປິ່ນ​ປົວ ແລະ ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19

ຄະນະແພດໝໍ ຊ່ຽວຊານ ຈາກ ສສ ຫວຽດນາມ ນຳໂດຍ ທ່ານ ເຣື້ອງແອ໋ງເຢືອງ ຮອງກົມຄຸ້ມຄອງກວດ ແລະ ປິ່ນປົວພະຍາດ ສສ ຫວຽດນາມ, ມີຊ່ຽວຊານ ດ້ານຂະແໜງໄວຣັສ, ຈຸລິນຊີ, ຊ່ຽວຊານສະກັດກັ້ນພະຍາດຊຶມເຊື້ອ ແລະ ທິມແພດຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ເດີນທາງມາຮອດ​ແຂວງ​ຈຳ​ປາ​ສັກ​ໃນ​ວັນ​ທີ 15 ພຶດ​ສະ​ພາ 2021 ທີ່​ຜ່ານ​ມາ ເພື່ອຊ່ວຍແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ ຊຶ່ງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ໄດ້ຕ້ອນຮັບ.
ໃນ​ການ​ມາ​ຊ່ວຍ​ເຫຼືອ​ຄັ້ງ​ນີ້ ທີມ​ງານ​ແພດ​ໝໍ ແລະ ຊ່ຽວ​ຊານ ຈາກ ສ​ສ ຫວຽດ​ນາມ​ຈະ​ຊ່ວຍເຫຼືອກ່ຽວ​ກັບການຝຶກອົມຮົມ, ແນະນຳຂັ້ນຕອນ, ວິທີການການສັກຢາວັກຊີນ ແລະ ການປິ່ນປົວ, ການຄຸ້ມຄອງ ແນະນໍາການປິ່ນປົວບໍ່ໃຫ້ຄົນເຈັບເສຍຊີວິດ, ການໃຫ້ຄວາມຮູ້ດ້ານວິຊາການ, ການຮັກສາ ແລະ ການຊອກຫາຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ເພື່ອປ້ອງກັນ ຄວບຄຸມ ການລະບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ໃນຊຸມຊົນ. 

ຂ່າວ: ທັດຊະນະ

Related Articles

Leave a Reply