ຈັບໄວລຸ້ນ 15 ຄົນພ້ອມຢາເສບຕິດປະເພດຢາບ້າຈຳນວນ 61ເມັດ ແລະ ຢາໄອສ໌ 3 ຖົງນ້ອຍ ຢູ່ຮ້ານອິນເຕີເນັດຄາເຟ່

ຈັບໄວລຸ້ນ 15 ຄົນພ້ອມຢາເສບຕິດປະເພດຢາບ້າຈຳນວນ 61ເມັດ ແລະ ຢາໄອສ໌ 3 ຖົງນ້ອຍ ຢູ່ຮ້ານອິນເຕີເນັດຄາເຟ່

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນໂດຍສົມທົບກັບ ປກສ ກຸ່ມຈອມແຈ້ງ ເມື່ອບໍ່ດົນມານີ້ ພ້ອມດ້ວຍອຳນາດການປົກຄອງບ້ານຈອມເພັດໃຕ້ ໄດ້ເຂົ້າກວດຄົ້ນຮ້ານອິນເຕີເນັດຄາເຟ່ ຢູ່ເຂດບໍລິເວນວົງວຽນຈີ່ນາຍໂມ້, ຜ່ານການກວດກາພົບກຸ່ມໄວລຸ້ນ 15 ຄົນ (ຍິງ 2 ຄົນ) ພ້ອມຢາເສບຕິດປະເພດຢາບ້າຈຳນວນ 61ເມັດ ແລະ ຢາໄອສ໌ 3 ຖົງນ້ອຍ ຈຶ່ງໄດ້ກັກຕົວ ແລະ ຢຶດຂອງກາງ ມາດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕໍ່ໄປ.
ຖ້າຫາກທ່ານໃດຮູ້ຂໍ້ມູນຂອງການຄ້າ-ຂາຍ, ມົ້ວສຸມຢາເສບຕິດ ກະລຸນາແຈ້ງເຈົ້າໜ້າທີ່ໄດ້ທີ່ເບີ້ວອດແອັບ 020 ​28899774.
ຂໍ້ມູນ-ພາບ: ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກ

 

Related Articles

Leave a Reply