ຍທຂ ນະຄອນຫຼວງ ກຽມແກ້ໄຂບັນຫານໍ້າຖ້ວມຂັງຕາມເສັ້ນທາງ

ຍທຂ ນະຄອນຫຼວງ ກຽມແກ້ໄຂບັນຫານໍ້າຖ້ວມຂັງຕາມເສັ້ນທາງ

ບັນຫານໍ້າຖ້ວມຂັງຕາມເສັ້ນທາງຫຼາຍຈຸດຢູ່ນະຄອນຫຼວງວຽງຈັນຍັງແກ້ໄຂບໍ່ຕົກ ໂດຍສະເພາະເສັ້ນທາງໄຟແດງທາດ ຫຼວງ ເກີດນໍ້າຖ້ວມຂັງໃນເວລາຝົນຕົກ ຍ້ອນນ້ຳໄຫຼບໍ່ທັນ ຊຶ່ງເກີດຈາກການ ກໍ່ສ້າງ  ຫຼື ວາງທໍ່ບໍ່ໄດ້ມາດຕະຖານ.
ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ) ທ່ານ ສຸລິວັນ ພົມມະຫາໄຊ ໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ກ່ຽວກັບການແກ້ໄຂບັນຫານໍ້າຖ້ວມຂັງ ຕາມເສັ້ນທາງໃນເວລາຝົນຕົກວ່າ: ໃນລະດູແລ້ງນີ້ ທາງ ຍທຂ ຈະຮ່ວມກັບຫ້ອງການຄຸ້ມຄອງບໍລິຫານຕົວເມືອງວຽງຈັນ ກຽມເຮັດອະນາໄມທໍ່ລະບາຍ ນໍ້າເປື້ອນ ແລະ ປ່ຽນທໍ່ຫຼາຍຈຸດເພື່ອຫຼຸດຜ່ອນນໍ້າຖ້ວມຂັງໃນເວລາຝົນຕົກຢູູ່ຕາມເສັ້ນທາງ ຕ່າງໆຍ້ອນນໍ້າໄຫຼບໍ່ທັນເກີດຈາກມີສິ່ງເສດ ເຫຼືອໄປອຸດຕັນທໍ່ລະບາຍນໍ້າ ແລະ ບາງ ຈຸດກໍ່ມີທໍ່ລະບາຍນໍ້າທີ່ນ້ອຍ ໂດຍສະເພາະຢູ່ຈຸດໄຟແດງທາດຫວງ.
ທ່ານ ສຸລິວັນໄດ້ກ່າວຕື່ມວ່າ: ການທີ່ເກີດຕະກອນ ຫຼື ສິ່ງເສດເຫຼືອໄປຕັນທໍ່ຕັນນໍ້າ ນີ້ເກີດຈາກການ ກໍ່ສ້າງເສັ້ນທາງມາໄດ້ຫຼາຍປີແລ້ວ ແລະ ຂາດງົບປະມານໃນ ການ ເຮັດອະນາໄມ, ນອກນັ້ນຍັງເກີດຈາກຄວາມມັກງ່າຍຂອງປະຊາຊົນບາງຈໍານວນ ທີ່ໄດ້ກວດຂີ້ເຫຍື້ອ ຫຼື ຂີ່ຝຸ່ນລົງໄປໃສ່ທໍ່ລະບາຍນໍ້າຈຶ່ງເກີດໃຫ້ມີສິ່ງອຸດຕັນທໍ່ລະບາຍນໍ້າ. ສະເພາະການປ່ຽນທໍ່ໃໝ່ນັ້ນແມ່ນຈະປ່ຽນຢູ່ຈຸດໄຟແດງທາດຫຼວງທັງສອງາກທາງ ໂດຍຈະເອົາທໍ່ເກົ່າທີ່ນ້ອຍອອກ ແລະ ຈະປ່ຽນທໍ່ໃໝ່ທີ່ໃຫ່ຍໃສ່ແທນ, ເຊື່ອວ່າໃນລະດູຝົນໃນ ຕໍ່ໜ້າຈະ ສາມາດແກ້ໄຂບັນຫານໍ້າຖ້ວມຂັງຕາມເສັ້ນທາງໃນນະຄອນຫຼວງວຽງຈັນໄດ້.

ຂ່າວ: ວຽງຈັນທາຍ

ຂໍ້ມູນ: ວິທະຍຸກະຈາສຽງແຫ່ງຊາດ

Related Articles

Leave a Reply