ຍັງ 10 ແຂວງຂອງປະເທດລາວທີ່ຍັງກວດບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19

ຍັງ 10 ແຂວງຂອງປະເທດລາວທີ່ຍັງກວດບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ຈາກກໍລະນີມີຜູ້ຕິດເຊື້ອພະຍາດ ໂຄວິດ-19  ຢູ່ ສປປ ລາວ ນັບແຕ່ປີ 2020 ຫາວັນທີ 22 ເມສາ 2021 ນີ້ມີທັງໝົດ 94 ຄົນນັ້ນ ແມ່ນກວດພົບຢູ່ນະຄອນຫຼວງວຽງຈັນ, ແຂວງ ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ບໍ່ແກ້ວ ແລະ ຫຼວງພະບາງ.

ສະເພາະແຂວງທີ່ຍັງບໍ່ກວດພົບຜູ້ຕິດເຊື້ອພະຍາດດັ່ງກ່າວລວມມີ 10 ແຂວງ ປະກອບມີ: ແຂວງ ເຊກອງ, ອັດຕະປື ແຂງວຽງຈັນ, ໄຊສົມບູນ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ ແລະ ຜົ້ງສາລີ.  

ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ເຖິງແມ່ນວ່າ 10 ແຂວງດັ່ງກ່າວຍັງບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເທື່ອກໍ່ຕາມ ແຕ່ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ລະແຂວງຕ່າງກໍ່ມີການເຝົ້າລະວັງ ແລະ ມີມາດຕະການປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດບໍ່ຕ່າງຫຍັງກັບບັນດາແຂວງທີ່ກວດພົບຜູ້ຕິດເຊື້ອ ພະຍາດໂຄວິດ-19.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply