ສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງ ແລະ ໃນໂລກ ຍັງໜ້າເປັນຫ່ວງ ແລະ ມີການເພີ່ມຂຶ້ນໃນແຕ່ລະວັນ ແລະ ຍັງບໍ່ສາມາດຢັ້ງຢືນໄດ້ເທື່ອວ່າພະຍາດດັ່ງກ່າວນີ້ຈະສາມາດຢັບຢັ້ງໄດ້ມື້ໃດເຖິງແມ່ນວ່າບາງປະເທດຈະສາມາດຜະລິດວັກຊີນຢັບຢັ້ງພະຍາດນີ້ໄດ້ແລ້ວກໍ່ຕາມ.
ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19, ໂດຍຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ. ພູທອນ ເມືອງປາກ ໄດ້ລາຍງານສະພາບການແຜ່ລະບາດຂອງ ພະຍາດ ໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງ ແລະ ໃນໂລກເມື່ອວັນທີ 17 ພະຈິກ 2020 ຢູ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ນັບແຕ່ມີການແຜ່ລະບາດຂອງພະຍາດດັ່ງກ່າວຮອດປັດຈຸບັນ, ທົ່ວໂລກມີການລາຍງານການລະບາດ ທັງໝົດ 217 (ປະເທດ/ເຂດ), ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນຫຼາຍກວ່າ 55 ລ້ານຄົນ, ໃນນີ້ເສຍຊີວິດ 1.331.308 ຄົນ ເຊິ່ງກວມເອົາ 2,40 % ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 38.380.491 ຄົນ ເຊິ່ງກວມເອົາ 69,4 % ຂອງຜູ້ຕິດເຊື້ອທັງໝົດ.
ທ່ານ ດຣ. ພູທອນ ໄດ້ລາຍງານໃຫ້ຮູ້ຕື່ມອີກວ່າ: ປະເທດທີ່ມີການລາຍງານການຕິດເຊື້ອ ແລະ ເສຍຊີວິດຈາກ ພະຍາດ ດັ່ງກ່າວຫຼາຍກວ່າໝູ່ ແມ່ນ ສະຫະລັດອາເມຣິກາ ເຊິ່ງມີຜູ້ຕິດເຊື້ອສະສົມ 11.513.080 ຄົນ ແລະ ເສຍຊີວິດສະສົມ 252.521 ຄົນ. ສະເພາະຢູ່ຂົງເຂດອາຊີ ຍັງແມ່ນປະເທດ ອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອເພິ່ມຂຶ້ນ, ມີຜູ້ຕິດເຊື້ອສະສົມ 8.873.994 ຄົນ ແລະ ຜູ້ຕິດເຊື້ອມື້ດຽວສູງເຖິງ 28.377 ຄົນ.ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 17 ພະຈິກ 2020 ມີການຢັ້ງຢືນ ຜູ້ຕິດເຊື້ອຈໍານວນ 1.062.660 ຄົນ ແລະ ເສຍຊີວິດ 25.173 ຄົນ.
ຂ່າວ: ວຽງຈັນທາຍ

