ທ່ານ​ເປັນ​ຄົນ​ເຈັບ​ທ່ານ​ໝໍ​ດູ​ແລ​ແຕ່​ຖ້າທ່ານບໍ່​ເປັນ​ເຈົ້າ​ຂອງ​ຊີ​ວິດ​ທ່ານ​ເອງ ບໍ່​ມີ​ໃຜ​ຊ່ວຍ​ທ່ານ​ໄດ້

ທ່ານ​ເປັນ​ຄົນ​ເຈັບ​ທ່ານ​ໝໍ​ດູ​ແລ​ແຕ່​ຖ້າທ່ານບໍ່​ເປັນ​ເຈົ້າ​ຂອງ​ຊີ​ວິດ​ທ່ານ​ເອງ ບໍ່​ມີ​ໃຜ​ຊ່ວຍ​ທ່ານ​ໄດ້

ຄະ​ນະ​ສະ​ເພາະ​ກິດ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນະ​ຄອນ​ຫຼວງວຽງ​ຈັນ ໃຫ້​ຮູ້​ວ່າ: ຍັງ​ມີ​ການລັກ​ຕັ້ງ​ກຸ່ມ​ຊຸມ​ແຊວ​ກິນ​ເຫຼົ້າ​ເບຍ​ຢູ່​ແຕ່​ລະ​ບ້ານໃນ​ນະ​ຄອນ​ຫຼວງວຽງ​ຈັນ ຊຶ່ງ​ເປັນ​ການຝ່າ​ຝືນ​ຄຳ​ສັ່ງ​ນາ​ຍົກ ແລະ ມາດ​ຕະ​ການ​ທີ່​ທາງ​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກ​ ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວີດ-19 ​​ຊຶ່ງ​ຄະ​ນະ​ສະ​ເພາະ​ກິດ​ຝາກ​ຖາມ​ວ່າ​ກຸ່ມ​ຄົນ​ທີ່​ຊຸມ​ແຊວ​ນັ້ນ​ແມ່ນ​ຄົນ​ລາວ​ຢູ່​ບໍ ຖ້າ​ບໍ່​ຊ່ວຍ​ກັນ​ໃນ​ຍາມ​ເກີດ​ມີ​ການ​ຜ່​ລະ​ບາດ​ຂອງ​ພະ​ຍາດ​ນີ້​ແມ່ນ​ໃຜ​ຈະ​ເປັນ​ຜູ້​ຊ່ວຍ, ຊີ​ວິດ​ຂອງ​ທ່ານ​ເວ​ລາ​ເຈັບ​ເປັນ​ເຮົາ​ດູ​ແລ​ແຕ່​ຖ້າທ່ານບໍ່​ເປັນ​ເຈົ້າ​ຂອງ​ຊີ​ວິດ​ທ່ານ​ເອງ ບໍ່​ມີ​ໃຜ​ຊ່ວຍ​ທ່ານ​ໄດ້.  

ຄະ​ນະ​ສະ​ເພາະ​ກິດ ຮຽກ​ຮ້ອງ​ໃຫ້​ກອງ​ຫຼອນ​ບ້ານ​ເປັນ​ຫູ​ເປັນ​ຕາ ແລະ ເຂົ້າ​ໄປ​ຕັກ​ເຕືອນ​ກຸ່ມ​ຄົນ​ດັ່ງ​ກ່າວ​ເພື່ອ​ເປັນ​ການ​ຊ່ວຍ​ເຫຼືອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ອີກ​ຊ່ອງ​ທາງ​ໜຶ່ງ​ຊ່​ຍ​ລັດ​ຖະ​ບານ ແລະ ເພື່ອ​ຊີ​ວິດ​ຂອງ​ທ່ານ​ເອງ ແລະ ຄອບ​ຄົວ.

Related Articles

Leave a Reply