ສູນອະນຸລັກລະບົບນິເວດປ່າໂຄກ ໂອງ-ມັ່ງ ເມືອງຊົນບູລີ ແຂວງສະຫັວນນະເຂດ ໄດ້ຮັບການຍົກລະດັບເປັນເຂດອະນຸລັກ ໂອງ-ມັ່ງແຫ່ງຊາດ ເມື່ອບໍ່ດົນມານີ້ ເຊິ່ງມີຈຸດປະສົງເພື່ອອະນຸລັກສັດປ່າ ແລະ ຊີວະນາໆພັນ ພ້ອມສົ່ງເສີມການທ່ອງທ່ຽວ, ສົ່ງເສີມປະຊາຊົນໃນການປັບປຸງຊີວິດການເປັນຢູ່ ໃນການປູກ-ການລ້ຽງໃຫ້ມີຄວາມຍຶນຍົງ, ເຊິ່ງໄລຍະນີ້ໄດ້ຮັບທຶນຊ່ວຍເຫຼືອຈາກອົງການສະຫະປະຊາຊາດເພື່ອການພັດທະນາ ກ່ຽວກັບການພັດທະນາພື້ນຖານໂຄງລ່າງ ເຊັ່ນ: ເຮືອນພັກ ແລະ ຫ້ອງເຮັດວຽກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ, ສົ່ງເສີມການປູກຝັງລ້ຽງສັດໃຫ້ປະຊາຊົນ ໃນເຂດ ແລະ ອື່ນໆ. ເຂດອະນຸລັກ ໂອງ-ມັ່ງແຫ່ງຊາດນີ້ມີ ໂອງ-ມັ່ງຫຼາຍກວ່າ 170 ໂຕ, ນົກຫຼາຍກວ່າ 278 ຊະນິດ, ສັດລ້ຽງລູກດ້ວຍນໍ້ານົມ 67 ຊະນິດ, ສັດເລືອຄານ 47 ຊະນິດ, ສັດເຄິ່ງບົກເຄິ່ງນໍ້າ 38 ຊະນິດ, ປາ 9 ຊະນິດ, ຕົ້ນໄມ້ ແລະ ພຶດຕ່າງໆລວມ 126 ຊະນິດ.
ຫົວໜ້າສູນອະນຸລັກລະບົບນິເວດປ່າໂຄກ ໂອງ-ມັ່ງ ເມືອງ ຊົນບູລີ ແຂວງສະຫວັນນະເຂດ ທ່ານ ຄໍາໄພ ໄຊຍະລາດ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ເພື່ອເປັນການດຶງດູດນັກທ່ອງທ່ຽວ ໂດຍສະເພາະໃນຍຸກລາວທ່ຽວລາວ ທາງສູນຂອງພວກເຮົາໄດ້ມີຫ້ອງພັກ ແລະ ອາຫານທີ່ລາຄາບໍ່ແພງ ຄື: ຫ້ອງສໍາລັບຕຽງດ່ຽວແມ່ນ 30.000 ກີບຕໍ່ຄົນຕໍ່ຄືນ ພ້ອມມີອາຫານຮອງຮັບທັງ 3 ຄາບ. ໃນຄາບເຊົ້າແມ່ນລາຄາ 15.000 ກີບຕໍ່ຄົນ ແລະ ຄາບທ່ຽງ-ແລງ ແມ່ນລາຄາ 20.000ກີບຕໍ່ຄົນ ນອກນັ້ນຍັງມີບໍລິການທ່ຽວຊົມປ່າຈາກທິມງານຂອງສູນເປັນຜູ້ນຳທາງ ໂດຍຄິດໄລ່ເປັນຖ້ຽວ ລົດກະບະຖ້ຽວລະ 1 ແສນກີບ ພ້ອມນີ້ຍັງມີກິດຈະກຳນອນປ່ານຳອີກ. ນັກທ່ອງທ່ຽວທີ່ມາທ່ອງທ່ຽວໃນເຂດດັ່ງກ່າວນີ້ຈະໄດ້ສໍາພັດກັບທໍາມະຊາດ ແລະ ຟັງສຽງຮ້ອງຂອງສັດປ່າຕ່າງໆນາໆ, ມີຈຸດຊົມວິວ, ຈຸດຊົມຫ້ວຍນໍ້າ, ຈຸດຊົມທໍາມະຊາດ, ຈຸດຊົມສັດປ່າ ແລະ ຈຸດນອນພັກຜ່ອນກິນເຂົ້າປ່າ ແລະ ອື່ນໆ.
ທ່ານ ຄໍາໄພໄດ້ກ່າວຕື່ມວ່າ: ເຂດອະນຸລັກ ໂອງ-ມັ່ງແຫ່ງຊາດ ມີເນື້ອທີ່ທັງໝົດຫຼາຍກວ່າ 130.000 ເຮັກຕາ ກວມເອົາ 5 ເມືອງຂອງແຂວງສະຫວັນນະເຂດ ຄື: ເມືອງຊົນບູລີ, ສອງຄອນ, ທ່າປາງທອງ, ພະລານໄຊ ແລະ ພິນ. ສະເພາະນັກທ່ອງທ່ຽວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ມີນັກທ່ອງທ່ຽວລາວທີ່ເຂົ້າມາທ່ຽວຊົມ ແຕ່ບໍ່ຫຼາຍປານໃດ ແລະ ສ່ວນຫຼາຍມີແຕ່ນັກທ່ອງທ່ຽວພາຍໃນແຂວງ.
ຂ່າວ: ອັກສອນສິນ
ພາບ:ໂອງ-ມັ່ງ

