ນາຍົກອອກຄໍາສັ່ງເພີ່ມທະວີມາດຕະການສະກັດກັ້ນ ແລະ ຄວບຄຸມໂຄວິດ-19

ນາຍົກອອກຄໍາສັ່ງເພີ່ມທະວີມາດຕະການສະກັດກັ້ນ ແລະ ຄວບຄຸມໂຄວິດ-19

ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ ໂດຍມີຜູ້ຕິດເຊື້ອ 26 ຄົນພາຍໃນວັນດຽວຢູ່ນະຄອນຫຼວງວຽງຈັນເມື່ອວັນທີ 20 ເມສາ 2021 ທີ່ຜ່ານມາ, ເພື່ອປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ແຜ່ເຊື້ອເປັນວົງກວ້າງ ແລະ ຍາກທີ່ຈະປ້ອງກັນໄດ້, ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ອອກຄໍາສັ່ງເມື່ອວັນທີ 21 ເມສາ 2021 ນີ້ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ໃຫ້ຄະນະສະເພາະກິດຕັ້ງຈຸດວິເຄາະຫາເຊື້ອພະຍາດໂຄວິດ-19, ຄົ້ນຫາຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນ, ສືບຕໍ່ສັກວັກຊີນໃຫ້ກຸ່ມເປົ້າໝາຍ, ໃຫ້ອົງການຈັດຕັ້ງລັດຖະບານ, ລັດວິສາຫະກິດຫຼຸດພະນັກງານມາເຮັດວຽກ ຫຼື ມາປະຈໍາການ, ຫ້າມຄົນນະຄອນຫຼວງວຽງຈັນເດີນທາງໄປຕ່າງແຂວງ ແລະ ຫ້າມຄົນຕ່າງແຂວງເດີນທາງມານະຄອນຫຼວງວຽງຈັນ ຍົກເວັ້ນຜູ້ທີ່ມີພູມລໍາເນົາເຮັດວຽກຢູ່ນະຄອນຫຼວງວຽງຈັນ ແລະ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ໃຫ້ໂຈະການບໍລິການຂົນສົ່ງໂດຍສານຈາກນະຄອນຫຼວງວຽງຈັນໄປຕ່າງແຂວງ ແລະ ຈາກຕ່າງແຂວງມານະຄອນຫຼວງວຽງຈັນ, ຫ້າມປະຊາຊົນ ພະນັກງານ ທະຫານຕໍາຫຼວດ ກໍາມະກອນ ນັກຮຽນນັກສຶກສາ ຜູ້ປະກອບການ ນັກບວດ ຊາວຕ່າງດ້າວ ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດທີ່ຢູ່ນະຄອນຫຼວງວຽງຈັນອອກຈາກເຮືອນ ຫຼື ທີ່ຢູ່ອາໄສ ຍົກເວັ້ນກໍລະນີທີ່ຈໍາເປັນ ແລະ ອື່ນໆ.

ຄໍາສັ່ງດັ່ງກ່າວໃຫ້ເລີ່ມປະຕິບັດນັບແຕ່ເວລາ 6 ໂມງ 00 ຂອງວັນທີ 22 ເມສາ 2021 ຫາ ວັນທີ 5 ພຶດສະພາ 2021.

Related Articles

Leave a Reply