ບຸກຄົນໃດຫາກຮູ້ວ່າຕິດເຊື້ອພະຍາດຮ້າຍແຮງ

ບຸກຄົນໃດຫາກຮູ້ວ່າຕິດເຊື້ອພະຍາດຮ້າຍແຮງ

ໂດຍເຈດຕະນານໍາໄປເຜີຍແຜ່ສູ່ບຸກຄົນອື່ນຈະຖືກຕັດອິດສະລະພາບເຖິງ 15 ປີ ພ້ອມປັບໄໝເງິນສູງເຖິງ 70 ລ້ານກີບ.
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ:ອີງຕາມມາດຕາ 99 ປະມວນກົດໝາຍອາຍາສະບັບປີ 2017 ນັ້ນລະບຸໄວ້ວ່າ ຖ້າບຸກຄົນໃດຫາກນໍາເອົາເຊື້ອພະຍາດຮ້າຍແຮງໄປແຜ່ຂະຫຍາຍສູ່ບຸກຄົນອື່ນໂດຍເຈດຕະນາຈະຖືກຕັດສິນຕັດອິດສະລະພາບ ແຕ່  2 ປີ ຫາ 5 ປີ  ພ້ອມດ້ວຍຈະຖືກປັບໄໝ ເງິນ 10 ລ້ານກີບ ຫາ 50 ລ້ານກີບ, ບຸກຄົນໃດ ຫາກນໍາເອົາເຊື້ອພະຍາດຮ້າຍແຮງໄປແຜ່ຂະຫຍາຍສູ່ບຸກຄົນອື່ນໂດຍເຈດຕະນາຈະຖືກຕັດສິນຕັດອິດສະລະພາບ ແຕ່  5 ປີ ຫາ 10 ປີ  ພ້ອມດ້ວຍຈະຖືກປັບໄໝ ເງິນ 30 ລ້ານກີບ ຫາ 70 ລ້ານກີບ, ໃນກໍລະນີຫາກຜູ້ໃດໜຶ່ງມີເຈດຕະນານໍາເຊື້ອພະຍາດຮ້າຍແຮງໄປເຜີຍແຜ່ສູ່ຜູ້ອື່ນເປັນອາຈີນ ຫຼື ຕັ້ງເປັນກຸ່ມຈະຖືກຕັດອິດສະລະພາບແຕ່ 7 ປີ ຫາ 15 ປີ ພ້ອມດ້ວຍປັບໄໝເງິນ ແຕ່ 50 ລ້ານ ຫາ 70 ລ້ານກີບ.
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ປະກາດຫາ 4 ຄົນ ທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃນນະຄອນຫຼວງວຽງຈັນທີ່ໃຫ້ຂໍ້ມູນບໍ່ລະອຽດ (ບໍ່ສາມາດຕິດຕໍ່ໄດ້) ແມ່ນໃຫ້ໂທປະສານຫາ ທ່ານ ດຣ. ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ຊຶ່ງປະກອບມີທ້າວ ມິນຕາ ອາຍຸ 23 ປີ, ທ້າວ ສຸພາລີ ອາຍຸ 23 ປີ, ນາງ ມະນີວັນ 40 ປີ ແລະ ທ້າວ ວິຊຽນ 38 ປີ, ຮຽກຮ້ອງໃຫ້ຍາດຍາດຕິພີ່ນ້ອງພວກກ່ຽວຫາກຮູ້ຄືແນວນີ້ໃຫ້ນໍາຕົວພວກກ່ຽວມາເຂົ້າສູ່ຂະບວນການປິ່ນປົວ ຫາກປະຕິເສດໄປຫາແພດແມ່ນລະເມີດຕໍ່ກົດໝາຍຂອງປະເທດ ແລະ ຈະຖືກລົງໂທດກໍລະນີເບົາຫາໜັກຕາມມາດຕາ 99 ປະມວນກົດໝາຍອາຍາດັ່ງກ່າວ.

Related Articles

Leave a Reply