ບໍລິສັດ ກຸນຈະເລີນ ສົນໃຈລົງທຶນ ປູກຂີງດໍາ, ພິກໄທ, ໝາກເຜັດ ແລະ ປູກພືດຜັກຕ່າງໆ ຢູ່ແຂວງໄຊສົມບູນ

ບໍລິສັດ ກຸນຈະເລີນ ສົນໃຈລົງທຶນ ປູກຂີງດໍາ, ພິກໄທ, ໝາກເຜັດ ແລະ ປູກພືດຜັກຕ່າງໆ ຢູ່ແຂວງໄຊສົມບູນ

ບໍລິສັດ ກຸນຈະເລີນ ໄຊສົມບູນ ຈໍາກັດ ຈະໃຊ້ເວລາ 18 ເດືອນ ເພື່ອສຶກສາ-ສໍາຫຼວດ ຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ໃນໂຄງການປູຂີງດໍາ, ພິກໄທ, ໝາກເຜັດ ແລະ ປູກພຶດຜັກຕ່າງໆ ຢູ່ເຂດບ້ານທົ່ງຄູນ (ບ້ານພູແຮ່ເກົ່າ) ເມືອງອະນຸວົງ, ແຂວງໄຊສົມບູນ, ໃນເນື້ອທີ່ 236 ເຮັກຕາ.
ໃນໄລຍະ 18 ເດືອນນັ້ນ, ບໍລິສັດຈະເລັ່ງໃສ່ໃນການ ສຶກສາ-ສໍາຫຼວດ, ສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ບົດສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດເບື້ອງຕົ້ນ ແລະ ໃນການປະຕິບັດພັນທະແມ່ນທາງບໍລິສັດຕ້ອງປະກອບ ສ່ວນພັນທະຕ່າງໆ ໃນໄລຍະຈັດຕັ້ງປະຕິບັດອາຍຸຂອງບົດບັນທຶກຄວາມເຂົ້າໃຈ ເປັນຕົ້ນ: ເງິນຕິດຕາມ ແລະ ຄຸ້ມຄອງ, ເງິນຕິດຕາມທາງດ້ານວິຊາການ ແລະ ຕ້ອງປະກອບ ສ່ວນເງິນໃນການຕິດຕາມກວດກາສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ຕາມແຜນຄຸ້ມຄອງ, ຕິດຕາມກວດກາ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ສະໂມສອນ ກອງບັນຊາການທະຫານ ແຂວງ ລະຫວ່າງ ອົງການປົກຄອງແຂວງໄຊສົມບູນ, ຊຶ່ງຕາງໜ້າໂດຍ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ, ທ່ານ ຈັນທະໜອມ ວົງສົມຈິດ ແລະ ຕາງໜ້າຝ່າຍບໍລິສັດ ໂດຍ ຮອງຜູ້ອໍານວຍການບໍລິສັດ ກຸນຈະເລີນ ຈໍາກັດ, ທ່ານ ສີສະໝຸດ ເກສອນ, ໂດຍຊ້ອງໜ້າ ການນໍາແຂວງ ແລະ ພະນັກງານທັງສອງຝ່າຍ ເປັນສັກຂີພິຍານ.

ຂ່າວ-ພາບ: ສຸກສັນ ອ້ວນລິທິກຸນ

Related Articles

Leave a Reply