ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນລາວ ຈຳກັດ ໄດ້ນໍາເອົາເຄື່ອງມື ອຸປະກອນການແພດ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ເປັນຕົ້ນແມ່ນ ຜ້າອັດປາກ-ດັງ, ນໍ້າຢາຂ້າເຊື້ອ ແລະ ເຄື່ອງວັດແທກອຸນຫະພູມ
ມູນຄ່າ 100 ລ້ານກີບ ພ້ອມດ້ວຍ ເງິນສົດຈໍານວນ 100 ລ້ານກີບ ມອບໃຫ້ອົງການປົກຄອງ
ແຂວງ ອຸດົມໄຊ ເພື່ອປະກອບສ່ວນເຂົ້າໃນວຽກງານ ສະກັດກັ້ນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ພາຍໃນແຂວງ.
ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ແຂວງ ອຸດົມໄຊ ຊຶ່ງຕາງໜ້າອົງການປົກຄອງແຂວງ ຮັບໂດຍ ທ່ານ ສອນທະນູ ສິງດາລາ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ສໍາລັບ ເຄື່ອງຊ່ວຍເຫຼືອ ແມ່ນຈະໄດ້ນຳໄປແຈກຢາຍໃຫ້ຜູ້ທີ່ເຮັດວຽກສະເພາະກິດຢູ່ຕາມຈຸດຕ່າງໆພາຍໃນແຂວງ ອຸດົມໄຊ ໃຫ້ທົ່ວເຖິງ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ພາຍໃນແຂວງ.
ປະຈຸບັນ ແຂວງ ອຸດົມໄຊ ໄດ້ມີຜູ້ຕິດເຊື້ອໂຄວິດ-19 ຈໍານວນ 8 ຄົນ ໃນນັ້ນ ເມືອງປາກແບງແມ່ນມີຜູ້ຕິດເຊື້ອ 05 ຄົນ, ເມືອງຫຼາ ມີ 03 ຄົນ. ສ່ວນເມືອງໄຊ, ເມືອງງາ, ເມືອງນາໝໍ້, ເມືອງແບງ ແລະ ເມືອງຮຸນ ຍັງບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ.
ຂໍ້ມູນ: ອ່ຽງຄຳ ວິລະສັກ

