ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ ນາງ ປານີ ຢ່າທໍ່ຕູ້ ເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 5-6 ຕຸລາ 2020 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ.
ໂອກາດນີ້, ເຈົ້າແຂວງໄຊສົມບູນ, ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ໄດ້ກ່າວຕ້ອນຮັບ ແລະ ກ່າວເປີດກອງປະຊຸມ ພ້ອມທັງລາຍງານໂດຍຫຍໍ້ໃນການກະກຽມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຊຶ່ງອົງຄະນະພັກແຂວງໄດ້ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ໃນການຊີ້ນຳ-ນຳພາ ການກະກຽມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຄັ້ງທີ່ 1 ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ ເປັນຕົ້ນ ແມ່ນການກະກຽມດ້ານເນື້ອໃນ, ດ້ານບຸກຄະລາກອນ, ດ້ານຂະບວນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ ຈາກນັ້ນ ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກແຂວງ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ປະກອບຄຳເຫັນໃສ່ບົດສຳຫຼວດການນຳພາລວມ ເພື່ອພ້ອມກັນຊອກໃຫ້ເຫັນຜົນສຳເລັດທີ່ພົ້ນເດັ່ນໃນໄລຍະ 5 ປີ ຜ່ານມາ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງຊອກວິທີທາງແກ້ໄຂໃນຕໍ່ໜ້າ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ສະຫາຍ ນາງ ປານີ ຢ່າທໍ່ຕູ້ ໄດ້ມີຄຳເຫັນຊີ້ນຳຕໍ່ບັ້ນດຳເນີນຊີວິດການເມືອງຂອງຄະນະບໍລິຫານງານພັກແຂວງ ໃນຄັ້ງນີ້, ຊຶ່ງ ໄດ້ເນັ້ນໜັກໃຫ້ບັນດາຄະນະບໍ ລິຫານງານພັກແຂວງ ຈົ່ງຍົກສູງຄວາມຮັບ ຜິດຊອບ, ຄວາມເປັນເຈົ້າການບຸກທະລຸ ເສີມຂະຫຍາຍຫົວຄິດປະດິດສ້າງຂອງໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ, ແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະພັກ ພ້ອມທັງ ສ້າງພະນັກງານສືບທອດ ແລະ ອື່ນໆ
ພ້ອມນີ້ກອງປະຊຸມ ຍັງໄດ້ຮັບຟັງການຜ່ານບົດສຳຫຼວດບຸກຄົນ ຕື່ມອີກ ທັງນີ້ ກໍ ເພື່ອເປັນການສຳຫຼວດກວດກາ ຕີລາຄາຄວາມຮັບຜິດຊອບລວມຂອງຄະນະພັກ ແລະ ຄວາມຮັບຜິດຊອບລວມການຈັດຕັ້ງພັກ, ຂອງຄະນະພັກ ແລະ ສະມາຊິກພັກແຕ່ລະສະຫາຍ ພ້ອມທັງ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ທັງເປັນບ່ອນອີງໃນການເລືອກເຟັ້ນບຸກຄະລາກອນຜູ້ທີ່ດີເດັ່ນ ເພື່ອປະກອບສ່ວນເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ໃຫ້ໄດ້ຕາມມາດຕະ ຖານ.
ຂ່າວ: ພຸດທະສອນ ເວດສະວົງ

