ຜາສາດເຮືອນຫີນທີ່ເມືອງໄຊພູທອງໄດ້ສະແດງໃຫ້ເຫັນຄວາມສະຫຼາດຫຼັກແຫຼມ ແລະ ຫົວຄິດປະດິດສ້າງຂອງປະຊາຊົນລາວບັນດາເຜົ່າໃນ ຍຸກສະໄໝບູຮານ

ຜາສາດເຮືອນຫີນທີ່ເມືອງໄຊພູທອງໄດ້ສະແດງໃຫ້ເຫັນຄວາມສະຫຼາດຫຼັກແຫຼມ ແລະ ຫົວຄິດປະດິດສ້າງຂອງປະຊາຊົນລາວບັນດາເຜົ່າໃນ ຍຸກສະໄໝບູຮານ

ຜາສາດເຮືອນຫີນທີ່ ບ້ານ ເຮືອນຫີນ ເມືອງໄຊພູທອງ ແຂວງສະຫວັນນະເຂດເປັນແຫຼ່ງທ່ອງທ່ຽວດ້ານວັດທະນະທໍາທີ່ສ່ອງແສງເຖິງຄວາມ ເກັ່ງກ້າສາມາດສະຫຼາດຫຼັກແຫຼມ ແລະ ມີຫົວຄິດປະດິດສ້າງຂອງປະຊາຊົນລາວບັນດາເຜົ່າໃນ ຍຸກສະໄໝບູຮານ ແລະ ເປັນແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ອຸດອນ ບຸດຕະນະວົງ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ ໄຊພູທອງ ໃຫ້ຮູ້ວ່າ: ຜາສາດເຮືອນຫີນ ຖືວ່າເປັນສະຖາປັດຕິຍະກໍາທີ່ໂດດເດັ່ນ ແລະ ລໍ້າຄ່າ, ເຖິງແມ່ນວ່າຜາສາດເຮືອນຫີນດັ່ງກ່າວຈະມີອາຍຸຫຼາຍຮ້ອຍປີ, ມີຄວາມຊຸດໂຊມ ແລະ ເປ່ເພບາງສ່ວນແຕ່ຍັງປະກົດໄວ້ໃຫ້ເຫັນເຖິງ ສີໄມ້ລາຍມືອັນປານີດໂດດເດັ່ນຂອງຄົນລາວບູຮານ ແລະ ກໍຍັງຕັ້ງປະດິດສະຖານໄວ້ຢ່າງໝັ້ນຄົງ ແລະ ສັກສິດມາເຖິງທຸກວັນນີ້.

ທ່ານ ອຸດອນ ໄດ້ກ່າວຕື່ມວ່າ: ຜາສາດເຮືອນຫີນແຫ່ງນີ້ຖືວ່າເປັນແຫ່ງທີ 2 ຂອງປະເທດລາວ ຖັດຈາກວັດພູຈໍາປາສັກ. ຕາມການສັນນິຖານວ່າ ຖືກສ້າງຂື້ນໃນຊ່ວງທ້າຍສັດຕະວັດທີ 11 ຫາຕົ້ນສັດຕະວັດທີ 12 ແລະ ຢູ່ໃນຍຸກດຽວກັນກັບໂຮງນາງ ສີດາ ທີ່ຕັ້ງຢູ່ເມືອງ ຈໍາປາສັກ ແຂວງ ຈໍາປາສັກ, ໃນຍຸກດຽວກັນກັບຜາສາດພິມາຍ, ຜາສາດພະນົມລຸ້ງຢູ່ປະເທດໄທ ແລະ ຜາສາດອີກຫຼາຍແຫ່ງຢູ່ປະເທດກໍາປູເຈຍເຊັ່ນ: ອັງກໍວັດ, ເຂົາພະວິຫານ ແລະ ບ່ອນອື່ນໆອີກ ຕາມການສັນນິຖານແລ້ວ ເຫັນວ່າ ມີໂຄງສ້າງ ສະຖາປັດຕິຍະກໍາຄ້າຍຄືກັນ, ສະຖາປັດຕິຍະກຳແຫ່ງນີ້ ຖືວ່າ ເປັນມູນມໍລະດົກອັນລໍ້າຄ່າທີ່ບັນພະບຸລຸດ ໄດ້ສ້າງຂຶ້ນ ແລະ ຕົກທອດສືບຕໍ່ໆກັນມາເຖິງຮຸ່ນພວກເຮົາໃນປະຈຸບັນ. ແຕ່ລະປີພໍເຖິງເດືອນ 4 ເພັງປະຊາຊົນພາຍໃນທ້ອງຖິ່ນໂດຍສະເພາະ ປະຊາຊົນເມືອງໄຊພູທອງ ກໍຄື ຊາວພຸດທະບໍລິສັດ ທັງຫຼາຍນັບທັງຜູ້ຢູ່ໃກ້ ແລະ ຢູ່ໄກທີ່ມີຄວາມເຫຼື້ອມໃສ, ມີໃຈໃສສັດທາກໍໄດ້ພ້ອມພຽງກັນຈັດ ງານບຸນສະເຫຼມສະຫຼອງຜາສາດຫີນແຫ່ງນີ້.

ຂ່າວ-ພາບ: ພັນທະມິດ ວົງສຸທິ

Related Articles

Leave a Reply