ພະຍາດໂຄວິດ-19 ເປັນພະຍາດທີ່ຮ້າຍແຮງ ແຕ່ສາມາດປ້ອງກັນໄດ້

ພະຍາດໂຄວິດ-19 ເປັນພະຍາດທີ່ຮ້າຍແຮງ ແຕ່ສາມາດປ້ອງກັນໄດ້

ຄະ​ນະ​ສະ​ເພາະ​ກິດ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ຮູ້​ວ່າ: ພະ​ຍາດ​ໂຄວິດ-19 ເປັນ​ພະ​ຍາດ​ທີ່​ຮ້າຍ​ແຮງ ຊຶ່ງຍັງ​ບໍ່​ມີ​ປະ​ເທດ​ໃດ​ໃນ​ໂລກ​ທີ່​ສາ​ ມາດ​ຜະ​ລິດ​ຢາ​ທີ່​ສາ​ມາດ​ປ້ອງ​ກັນ​ພະ​ຍາດ​ນີ້​ໄດ້, ແຕ່​ທຸກ​ຄົນ​ສາ​ມາດ​ປ້ອງ​ກັນ​ໄດ້ຖ້າປະຕິບັດ ມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ໂດຍ​ການໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ່ຽງການເດີນທາງໄປຍັງ ສະຖານທີ່ທີ່ມີຄວາມແອອັດ, ຫຼີກລ່ຽງການຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ່ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກຜູ້ສູງອາຍຸເມື່ອຕິດເຊື້ອມີໂອກາດສູງ ທີ່ກ້າວໄປສູ່ອາການຮຸນແຮງໄດ້.

ຂ່າວ: ວຽງ​ຈັນ​ທາຍ

Related Articles

Leave a Reply