ມອບ-ຮັບອາຄານຮຽນຫຼັງໃໝ່ ທີ່ຊ່ວຍທຶນສ້າງຈາກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄອບຄົວ

ມອບ-ຮັບອາຄານຮຽນຫຼັງໃໝ່ ທີ່ຊ່ວຍທຶນສ້າງຈາກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄອບຄົວ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ປອ ຄຳແພງ ໄຊສົມແພງ ພ້ອມດ້ວຍຄອບຄົວ ໃຫ້ທຶນ ລວມມູນຄ່າ 243 ລ້ານກວ່າກີບ ໃນການກໍ່ສ້າງອາຄານຮຽນຫຼັງໃໝ່ພ້ອມດ້ວຍໂຕະ, ຕັ່ງ, ກະດານຄົບຊຸດ ຢູ່ທີ່ໂຮງຮຽນປະຖົມສົມບູນ ບ້ານພອນໄຊ ນະຄອນຫຼວງພະບາງ.
ພິທີ ມອບ-ຮັບອາຄານຮຽນຫຼັງໃໝ່ດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ກ່າວມອບໂດຍລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ປອ ຄຳແພງ ໄຊສົມແພງ ແລະ ກ່າວຮັບໂດຍ ເຈົ້ານະຄອນ ຫຼວງພະບາງ  ທ່ານ ຈັນສຸກ ພັນໂດລັກ. ນອກນັ້ນໃນພິທີຍັງມີການມອບອຸປະກອນການຮຽນ, ເຈວລ້າງມື ແລະ ເຄື່ອງນຸ່ງຈຳນວນໜຶ່ງ ໃຫ້ແກ່ນັກຮຽນ.
ອາຄານດັ່ງກ່າວ ປະກອບມີ 2 ຫ້ອງ: 1 ຫ້ອງຮຽນ ແລະ1 ຫ້ອງການ, ມີ ລວງຍາວ 12 ແມັດ, ກວ້າງ 7,5 ແມັດ.

ຂ່າວ: ວງງດາວັນ

ພາບ:  ຂ່າວສານຫຼວງພະບາງ

Related Articles

Leave a Reply