ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 16 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 16 ພຶດສະພາ 2021ນີ້ ຈໍານວນ 21 ຄົນໃນທົ່ວປະເທດ ຈາກການເກັບຕົວຢ່າງມາກວດມື້ວັນທີ 15 ພຶດສະພາ ຈຳນວນ 1.427 ຄົນ, ຜູ້ຕິດເຊື້ອໃໝ່ດັ່ງກ່າວຢູ່ນະຄອນຫຼວງວຽງຈັນ 11 ຄົນ(ຕິດເຊື້ອໃນຊຸມຊົນ), ແຂວງສະຫວັນນະເຂດ 3 ຄົນ (ແຮງງານລາວກັບຄືນປະເທດ) ແລະ ແຂວງຈໍາປາສັກ 7 ຄົນ (ແຮງງານລາວກັບຄືນປະເທດ).
ຮອດປັດຈຸບັນນີ້ ສປປ ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈໍານວນ 1.591 ຄົນ ໃນນີ້ປິ່ນປົວຫາຍດີ 574 ຄົນ ແລະ ເສຍຊີວິດ 2 ຄົນແລ້ວ, ຍັງນອນປິ່ນປົວຢູ່ໂຮງໝໍໃນຂອບເຂດທົ່ວປະເທດຈຳນວນ 1.015 ຄົນ.

