ລັດຖະບານແຫ່ງປະເທດຝຣັ່ງ ແລະ ອົງການອາຫານໂລກ ເຊັນສັນຍາຮ່ວມມືກັນປັບປຸງ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການຢູ່ແຂວງຜົ້ງສາລີ ຊຶ່ງພິທີເຊັນສັນຍາ ໄດ້ຈັດຂື້ນໃນວັນທີ 1 ມີນາ 2021 ຜ່ານມານີ້ ຢູ່ຫ້ອງວ່າການແຂວງ, ຮ່ວມລົງນາມໂດຍ ທ່ານ ນາງ ຟລໍຣັອງ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າ ອົງການອາຫານໂລກ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເຊັນສັນຍາຮ່ວມມືດັ່ງກ່າວ ແມ່ນການຊ່ວຍ ເຫຼືອລ້າຂອງລັດຖະບານແຫ່ງປະເທດຝຣັ່ງ ໃນມູນຄ່າ 500.000 ເອີໂຣ ໃຫ້ແກ່ອົງການອາຫານໂລກປະຈຳ ສປປ ລາວ ເພື່ອໃຊ້ເຂົ້າໃນໂຄງການປັບປຸງການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ຢູ່ເມືອງ ຜົ້ງສາລີ ແລະ ເມືອງ ຍອດອູ ແຂວງຜົ້ງສາລີ.
ການຊ່ວຍເຫຼືອຄັ້ງນີ້ແມ່ນຈະຈັດຕັ້ງປະຕິບັດ ເປັນເວລາ 20 ເດືອນ ເພື່ອແກ້ໄຂບັນຫາຄວາມຕ້ອງການທາງດ້ານສະບຽງອາຫານ ແລະ ໂພຊະນາການ ອັນຮີບດ່ວນ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ ທີ່ມີຄວາມສ່ຽງກັບການຂາດສານອາຫານເນື່ອງຈາກໄພພິບັດຕ່າງໆ ເຊັ່ນ: ໄພນໍ້າຖ້ວມ, ໄພແຫ້ງແລ້ງທີ່ແກ່ຍາວ ແລະ ຜົນກະທົບທາງດ້ານເສດຖະກິດ-ສັງຄົມຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ເກີດຂື້ນໃນປະຈຸບັນ.
ສໍາລັບບັນດາກິດຈະກໍາທີ່ຈະໄດ້ຖືກຈັດຕັ້ງປະຕິບັດໃນໄລຍະເວລາຂອງໂຄງການ ປະກອບມີ: ສຶກສາດ້ານໂພຊະນາການ ເພື່ອເປັນການໃຫ້ຄວາມຮູ້ດ້ານໂພຊະນາການແກ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະ ເດັກນ້ອຍ ລວມທັງຝຶກອົບຮົມວິທີການແຕ່ງກິນເຮັດອາຫານເສີມໃຫ້ເດັກທີ່ຖືກຫຼັກອະນາໄມ ແລະ ກິດຈະກໍາ ອື່ນໆອີກ.
ຂໍ້ມູນ: ແສງຄຳ ສາລີວັນ

