ລັດຖະບານ ກຽມພ້ອມນຳໃຊ້ລະບົບການສຶກສາໃໝ່ “6+3+3” ໃນສົກຮຽນ ປີ 2028-2029

ລັດຖະບານ ກຽມພ້ອມນຳໃຊ້ລະບົບການສຶກສາໃໝ່ “6+3+3” ໃນສົກຮຽນ ປີ 2028-2029

ລັດຖະບານ ສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ, ເພື່ອປັບປຸງລະບົບການສຶກສາສາມັນ “6+3+3”, ເຊິ່ງ ຄາດວ່າຈະໃຫ້ສຳເລັດ ແລະ ເລີ່ມນຳໃຊ້ ລະບົບການສຶກສາໃໝ່ ໃນສົກຮຽນປີ 2028-2029.

ສ່ວນໜຶ່ງຂອງຂະບວນການກະກຽມຄວາມພ້ອມ ມີດັ່ງນີ້: ຂະແໜງສຶກສາຈະໄດ້ສືບຕໍ່ພັດທະນາຫຼັກສູດໃໝ່, ຈັດຕັ້ງໂຄງການຝຶກອົບຮົມຄູ, ຜະລິດປຶ້ມແບບຮຽນ ແລະ ຄູ່ມືຄູ ແລະ ຮັບປະກັນຄວາມພ້ອມຂອງຊັບພະຍາກອນດ້ານການສຶກສາທີ່ຈຳເປັນກ່ອນທີ່ຈະມີການປະຕິຮູບ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ (ຂະແໜງການສຶກສາ) ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ທີ່ຈັດຂຶ້ນໃນວັນທີ 6 ກໍລະກົດ 2026.

ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ໄລຍະ 6 ເດືອນຕົ້ນປີ: ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ, ເປັນຕົ້ນແມ່ນ ໄດ້ປັບປຸງລະບົບການສຶກສາມັນ ຈາກ 5+4+3 ເປັນ 6+3+3 ໄປຄູ່ຂະໜານກັບການສົ່ງເສີມວິຊາຊີບ ແລະ ປັບປຸງປ່ຽນແປງໂຄງສ້າງຫຼັກສູດ ທັງ 12 ຊັ້ນຮຽນ.

ລະບົບການສຶກສາມັນ 6+3+3 ແມ່ນຈະໄດ້ຮຽນ ຊັ້ນປະຖົມສຶກສາ ປ.1 ຫາ ປ.6 ເພີ່ມຂຶ້ນມາ 1 ປີ (ຈາກເດີມມີຮອດ ປ.5); ຊັ້ນມັດທະຍົມສຶກສາຕອນຕົ້ນ ມ.1 ຫາ ມ.3 ຫຼຸດລົງ 1 ປີ (ຈາກເດີມມີຮອດ ມ.4); ແລະ ຊັ້ນມັດທະຍົມສຶກສາຕອນປາຍ ມ.4 ຫາ ມ.6 (ຄືເກົ່າ ມີ 3 ປີ).

ຄຽງຄູ່ກັນນັ້ນ, ໄດ້ມີການພັດທະນາປຶ້ມແບບຮຽນ, ຄູ່ມືຄູ ຕາມທິດທັນສະໄໝ; ນອກຈາກນີ້, ຍັງໄດ້ມີການປະຕິຮູບສະຖາບັນການສ້າງຄູ ໂດຍຍຸບໂຮມເຂົ້າກັນ ແລະ ສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ.

ໄດ້ແກ້ໄຂບັນຫາຄູອາສາສະໝັກ ສໍາເລັດໂດຍພື້ນຖານ, ດ້ວຍການບັນຈຸໂກຕາຫຼັກສູດເຂົ້າໃນຕຳແໜ່ງລັດຖະກອນ ແລະ ບັນຈຸໂກຕາທົດແທນຕາມຈຳນວນທີ່ສູນເສຍ.

ເພື່ອສືບຕໍ່ພັດທະນາຂະແໜງການສຶກສາ ໃນ 6 ເດືອນ ທ້າຍປີ 2026, ລັດຖະບານ ໄດ້ກຳນົດທິດທາງຈຸດສຸມທີ່ຕ້ອງເລັ່ງຈັດຕັ້ງປະຕິບັດ ຄື: ສືບຕໍ່ປັບປຸງລະບົບການສຶກສາມັນ 6+3+3 ໃຫ້ສຳເລັດທັນນໍາໃຊ້ໃນສົກປີ 2028-2029; ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ ແລະ ການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ, ການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມເຂັ້ມແຂງໃນອະນາຄົດ.

Related Articles

Leave a Reply