ລັດຖະບານໄດ້ມອບລົດໄຖນາ 8 ຄັນ ແລະ ລົດກ່ຽວເຂົ້າຈໍານວນ 2 ຄັນໃຫ້ແກ່ ກຸ່ມຊາວກະສິກອນ ຢູ່ 3 ເມືອງ ໃນນະຄອນຫຼວງວຽງຈັນຄື : ເມືອງຫາດຊາຍຟອງ (ບ້ານ ນາລ້ອງ, ບ້ານຖີ່ນແທ່ນ ແລະ ບ້ານ ໜອງແຫ້ວ), ເມືອງ ໄຊທານີ ( ບ້ານ ພູຄຳ, ບ້ານ ທ່າສະຫວ່າງ ແລະ ບ້ານ ຫາດວຽງຄຳ), ເມືອງ ປາກງື່ມ (ບ້ານ ທ່າເດື່ອ, ບ້ານສິງຫອມ, ບ້ານ ພ້າວ, ບ້ານ ໝາກນາວໃຕ້ ແລະ ບ້ານ ນາກຸງ) ເພື່ອສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ຢູ່ 3 ເມືອງດັ່ງກ່າວ.
ພາຫະນະດັ່ງກ່າວນີ້, ລັດຖະບານໄດ້ອອກທຶນ 80% ແລະ 20% ແມ່ນທຶນສົມທົບຂອງຊາວກະສິກອນ.
ນອກນັ້ນຍັງມີທຶນຈໍານວນໜຶ່ງເພື່ອນຳໃຊ້ເຂົ້າໃນການຊື້ແນວພັນພືດທີ່ຜ່ານການຮັບຮອງມາດຕະຖານ, ຊື້ອຸປະກອນ , ການຫຸ້ມຫໍ່ ແລະ ການເກັບຮັກສາແນວພັນພືດ ແລະ ສິ່ງອຳນວຍຄວາມສະດວກ ແລະ ດຳເນີນວຽກງານຕ່າງໆທີ່ຈຳເປັນ.
ພິທີມອບພາຫະນະດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ, ຕາງໜ້າຈາກພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ຕາງໜ້າກຸ່ມຊາວ ກະສິກອນ ທັງ 3 ເມືອງ.
ຂ່າວ-ພາບ: ຄຳພັນ

