ເພື່ອເປັນການສົ່ງເສີມການທ່ອງທ່ຽວໃນຍຸກລາວທ່ຽວລາວ ແລະ ເປັນການດຶງດູູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆ ຢູ່ແຂວງສາລະວັນໃຫ້ນັບມື້ຫຼາຍຂຶ້ນ, ອໍານາດການປົກຄອງເມືອງຄົງເຊໂດນ ແຂວງສາລະວັນ ໄດ້ເປີດບໍລິການກິດຈະກຳສົ່ງເສີມການທ່ອງທ່ຽວພາຍໃນເມືອງ ໂດຍການລ່ອງເຮືອຕາມນ້ຳເຊໂດນຢ່າງເປັນທາງການເມື່ອບໍ່ດົນມາ ນີ້ຊຶ່ງກິດຈະກໍາດັ່ງກ່າວເປັນກິດຈະກຳຮູບແບບໃໝ່ຂອງເມືອງ ໂດຍນໍາໃຊ້ເຮືອທັງໝົດ 7 ລໍາ ທີ່ເປັນເຮືອປະຊາຊົນເຂດບ້ານດັ່ງກ່າວ ໂດຍຈະມອບໃຫ້ເປັນຜູ້ບໍລິການ ແລະ ເກັບຄ່າບໍລິການ, ທັງເປັນການໝູນໃຊ້ທ່າແຮງທີ່ມີໃຫ້ຕິດພັນກັບວິຖີຊີວິດຂອງເຂົາເຈົ້າ, ເພື່ອໃຫ້ນັກທ່ອງທ່ຽວໄປຈັບຈ່າຍຊື້-ຂາຍ ຜົນຜະລິດກະສິກຳ ແລະ ຜະລິດຕະພັນຕ່າງໆ.
ກິດຈະກໍາການລ່ອງເຮືອແມ່ນເລີ່ມຈາກຈຸດຂົວຂ້າມນ້ຳເຊໂດນ ບ້ານທ່າເມືອງ-ບ້ານໂອກາດໃຫຍ່, ນັກທ່ອງທ່ຽວທີ່ມາໃຊ້ບໍລິການດັ່ງກ່າວຈະໄດ້ທ່ຽວຊົມສວນໝາກແຕງ ເຂດບ້ານຕານດ່ຽວ ທີ່ເປັນຈຸດໝາຍປາຍທາງ, ສຳຜັດບັນຍາກາດທຳມະຊາດ ລຽບຕາມແມ່ນ້ຳເຊໂດນ, ສຶກສາຮຽນຮູ້ວິຖີຊີວິດ ແລະ ຜະລິດຕະພັນພູມປັນຍາຊາວບ້ານ, ຜົນລະປູກຕ່າງໆ ເຊັ່ນ: ໝາກແຕງ, ໝາກຖົ່ວ, ສາລີ ແລະ ພືດຜັກຕ່າງໆ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

